
ຂົວຄຳ - ໜຶ່ງໃນບັນດາສະຖານທີ່ທ່ອງທ່ຽວຂອງນະຄອນ ດ່າໜັງ, ຫວຽດນາມ (ພາບປະກອບ: TTXVN)
ທີ່ພິທີປະກາດສຸດທ້າຍບັນດາລາງວັນການທ່ອງທ່ຽວໂລກ (WTA) ປີ 2020 ເຊິ່ງຫາກໍດຳເນີນຢູ່ນະຄອນຫຼວງ ມົດສະກູ (ລັດເຊຍ), ຫວຽດນາມ ຍາດໄດ້ຫຼາຍລາງວັນ, ໃນນັ້ນ ສິ່ງທີ່ໜ້າສົນໃຈ ນັ້ນແມ່ນ ລາງວັນ “ຈຸດນັດພົບມໍລະດົກແຖວໜ້າຂອງໂລກ” (World’s Leading Heritage Destination) ປີ 2020 ແມ່ນໄດ້ມອບໃຫ້ແກ່ ຫວຽດນາມ.
ໂຮງແຮມ Vinpearl Luxury Landmark 81 ຂອງ ຫວຽດນາມ ຍາດໄດ້ 3 ລາງວັນ ຂອງ WTA ປີ 2020, ເຊິ່ງລວມມີ ລາງວັນ “ໂຮງແຮມຢູ່ນະຄອນແຖວໜ້າໂລກ”, ລາງວັນ “ໂຮງແຮມຈັດກອງປະຊຸມສໍາມະນາ ແລະ ງານດອງ ແຖວໜ້າໂລກ” ແລະ ລາງວັນ “ໂຮງແຮມຢູ່ແຄມແມ່ນ້ຳແຖວໜ້າໂລກ”.
ເຂດພັກຜ່ອນບຳລຸງສຸຂະພາບ Sun World Ba Na Hill ກໍຍາດໄດ້ 2 ລາງວັນ. ນອກຈາກນັ້ນ, ບໍລິສັດການບິນແຫ່ງຊາດ ຫວຽດນາມ - Vietnam Airlines ໄດ້ຮັບການເຊີດຊູວ່າ ແມ່ນ “ບໍລິສັດການບິນທີ່ມີວັດທະນະທຳແຖວໜ້າໂລກ”…
(ແຫຼ່ງຄັດຈາກ VOV)