• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການ​ຖະ​ແຫຼງຂ່າວ​ປະ​ຈຳ​ເດືອນ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ

"ຫວຽດນາມຮຽກຮ້ອງໃຫ້ ອາເມລິກາຍົກເລີກບັນດາຄຳສັ່ງລົງໂທດບໍລິສັດ ຂອງ ຫວຽດນາມ, ບໍ່ສ້າງຜົນສະທ້ອນຕໍ່ການເຄື່ອນໄຫວເສດຖະກິດທີ່ເປັນປົກກະຕິຂອງວິສາຫະກິດຫວຽດນາມ. ການພົວພັນລະຫວ່າງ ຫວຽດນາມ ແລະ ອີຣານຍາມໃດກໍ່ໂປ່ງໃສ, ຈະແຈ້ງ ແລະ  ຖືກຕ້ອງຕາມກົດໝາຍ".

 
ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ (ພາບ: baochinhphu.vn)

ໃນການຖະແຫຼງຂ່າວປະຈຳເດືອນຂອງກະຊວງການຕ່າງປະເທດ ຫວຽດນາມ ທີ່ດຳເນີນໃນຕອນບ່າຍວັນທີ 17 ທັນວາ ຢູ່ຮ່າໂນ້ຍ, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ໄດ້ສະແດງຄວາມເສຍດາຍຕໍ່ຂໍ້ຕົກລົງຂອງອາເມລິກາທີ່ເອົາຫວຽດນາມ ເຂົ້າໃນບັນຊີລາຍຊື່ ຄອບງຳເງິນຕາ ແລະ ຈັດວາງຄຳສັ່ງລົງໂທດບໍລິສັດຫຸ້ນສ່ວນຂົນສົ່ງອາຍແກັດ ແລະ ເຄມີ ຫວຽດນາມ, ພ້ອມທັງຢັ້ງຢືນວ່າ ຫວຽດນາມຖືເປັນສຳຄັນການພົວພັນກັບ ອາເມລິກາ ແລະ ຫວັງວ່າ ອາເມລິກາຈະຍົກເລີກຄຳສັ່ງລົງໂທດນີ້ໂດຍໄວ.

        ຕໍ່ຂ່າວຄາວທີ່ ທ່ານລັດຖະມົນຕີກະຊວງການຕ່າງປະເທດ Mike Pompeo ຖະແຫຼງວ່າ ອາເມລິກາຈະຈັດວາງຄຳສັ່ງລົງໂທດຕໍ່ບໍລິສັດຫຸ້ນສ່ວນຂົນສົ່ງອາຍແກັດ ແລະ ເຄມີ ຫວຽດນາມ ທີ່ມີການເຄື່ອນໄຫວກ່ຽວຂ້ອງເຖິງອີຣານນັ້ນ. ທ່ານນາງເລທິທູຮັ່ງໃຫ້ຮູ້ວ່າ:

ຫວຽດນາມຮຽກຮ້ອງໃຫ້ ອາເມລິກາຍົກເລີກບັນດາຄຳສັ່ງລົງໂທດບໍລິສັດ ຂອງ ຫວຽດນາມ, ບໍ່ສ້າງຜົນສະທ້ອນຕໍ່ການເຄື່ອນໄຫວເສດຖະກິດທີ່ເປັນປົກກະຕິຂອງວິສາຫະກິດຫວຽດນາມ. ການພົວພັນລະຫວ່າງ ຫວຽດນາມ ແລະ ອີຣານຍາມໃດກໍ່ໂປ່ງໃສ, ຈະແຈ້ງ ແລະ  ຖືກຕ້ອງຕາມກົດໝາຍ. ການພົວພັນການຄ້າ ລະຫວ່າງ ຫວຽດນາມ ແລະ ອີຣານແມ່ນພົວພັນດ້ານການຄ້າ ແລະ ຮັບໃຊ້ຄວາມຕ້ອງການທີ່ຈຳເປັນໃນການດຳລົງຊີວິດຂອງປະຊາຊົນ ແລະ ບໍ່ໄດ້ຝືນກັບມະຕິທີ່ກ່ຽວຂ້ອງຂອງສະພາຄວາມໝັ້ນຄົງ ສປຊ.

ເມື່ອຕອບຄຳຖາມຂອງນັກຂ່າວກ່ຽວກັບທັດສະນະຂອງ ຫວຽດນາມຕໍ່ຂໍ້ຕົກລົງຂອງກະຊວງການເງິນອາເມລິກາ ທີ່ເອົາຫວຽດນາມເຂົ້າໃນບັນຊີລາຍຊື່ປະເທດຄອບງຳເງິນຕາ. ທ່ານນາງ ເລທິທູຮັ່ງຢັ້ງຢືນວ່າ:

ໃນ 25 ປີຜ່ານມາ, ພິເສດແມ່ນນັບແຕ່ໄດ້ສ້າງຕັ້ງການພົວພັນຄູ່ຮ່ວມມືຮອບດ້ານ, ການພົວພັນລະຫວ່າງ ຫວຽດນາມ ແລະ ອາເມລິກາ ໄດ້ມີບາດກ້າວພັດທະນາຢ່າງແຮງ ໃນນັ້ນມີດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ. ຫວຽດນາມຖືເປັນສຳຄັນການພົວພັນດ້ານເສດຖະກິດ, ການຄ້າ ກັບ ອາເມລິກາ, ປະຕິບັດຄຳໝັ້ນສັນຍາຂັ້ນສູງກ່ຽວກັບການຄ້າສອງຝ່າຍກໍ່ຄືຫຼາຍຝ່າຍຢ່າງເຂັ້ມງວດ. ຫວຽດນາມກໍ່ປຶກສາຫາລືກັບຝ່າຍອາເມລິກາບົນເນື້ອໃນຈິດໃຈສ້າງສັນ, ກົງໄປກົງມາເພື່ອແກ້ໄຂຂໍ້ຕິດຂັດຕາມທິດຍືນຍົງ, ຕ່າງຝ່າຍຕ່າງມີຜົນປະໂຫຍດ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ ຈັນສະໝອນ ຈັນຍະລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ທີ່ມາເຂົ້າຮ່ວມພິທີງານສົບລະດັບຊາດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

Top