• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການ​ຊັກ​ຖາມ ແລະ ຕອບ​ຄຳ​ຊັກ​ຖາມ ແມ່ນ​ຮູບ​ແບບ​ຕິດ​ຕາມກວດ​ກາ​ໂດຍ​ກົງສູງ​ສຸດ​ ແລະ ມີ​ປະ​ສິດ​ທິ​ຜົນ​ຂອງ​ສະ​ພາ​ແຫ່ງ​ຊາດ

ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ຊີ້ແຈ້ງວ່າ ໃນໄລຍະດຳການວາລະຊັກຖາມ, ມີສະມາຊິກສະພາແຫ່ງຊາດ 454 ທ່ານເຂົ້າຮ່ວມການຊັກຖາມ, ຍົກຈຳນວນສະມາຊິກສະພາແຫ່ງຊາດເຂົ້າຮ່ວມການຊັກຖາມໃນ 2 ປີຕົ້ນສະໄໝສະພາແຫ່ງຊາດຊຸດທີ XV ຂຶ້ນເປັນ 831 ເທື່ອຄົນ.
ວາລະຊັກຖາມ ແລະ ຕອບຄຳຊັກຖາມ (ພາບ: quochoi.vn)

ພາຍຫຼັງເຮັດວຽກມາເປັນເວລາ 2 ມື້ເຄິ່ງ ດ້ວຍຄວາມສຸມຈິດສຸມໃຈ ແລະ ມີຄວາມຮັບຜິດຊອບສູງ, ຕອນເຊົ້າວັນທີ 8 ມິຖຸນາ, ສະພາແຫ່ງຊາດ ຫວຽດນາມ ໄດ້ສຳເລັດວາລະຊັກຖາມ ແລະ ຕອບຄຳຊັກຖາມຢູ່ກອງປະຊຸມສະໄໝສາມັນເທື່ອທີ 5. ວາລະຊັກຖາມໄດ້ດຳເນີນບົນເນື້ອໃຈຈິດໃຈປະຊາທິປະໄຕ, ກົງໄກກົງມາ, ຟົດຟື້ນ, ໃນບົດກ່າວປາໄສສະຫຼຸບວາລະຊັກຖາມ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ຊີ້ແຈ້ງວ່າ ໃນໄລຍະດຳການວາລະຊັກຖາມ, ມີສະມາຊິກສະພາແຫ່ງຊາດ 454 ທ່ານເຂົ້າຮ່ວມການຊັກຖາມ, ຍົກຈຳນວນສະມາຊິກສະພາແຫ່ງຊາດເຂົ້າຮ່ວມການຊັກຖາມໃນ 2 ປີຕົ້ນສະໄໝສະພາແຫ່ງຊາດຊຸດທີ XV ຂຶ້ນເປັນ 831 ເທື່ອຄົນ. ໝາກຜົນດັ່ງກ່າວ ສືບຕໍ່ຢັ້ງຢືນວ່າ ວາລະຊັກຖາມ ແລະ ຕອບຄຳຊັກຖາມ ແມ່ນຮູບແບບຕິດຕາມກວດກາໂດຍກົງ ແລະ ມີປະສິດທິຜົນຂອງສະພາແຫ່ງຊາດ. ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຕີລາຄາວ່າ:

“ວາລະຊັກຖາມດັ່ງກ່າວ ບໍ່ໃຫ້ມີເວລາວ່າງຈັກໜ້ອຍ. ການຜັນແປຂອງວາລະຊັກຖາມໄດ້ຊີ້ໃຫ້ເຫັນວ່າ ການເລືອກ 4 ໝວດບັນຫາມາຊັກຖາມໃນຄັ້ງນີ້ ແມ່ນມີຄວາມຈຳເປັນ, ຕອບສະໜອງຄວາມຕ້ອງການໃນສະພາບການຕົວຈິງ ແລະ ຄວາມມຸ່ງມາດປາດຖະໜາຂອງປະຊາຊົນ ກໍຄື ຜູ້ມີສິດເລືອກຕັ້ງ”.

(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ສ.ປາ​ນາ​ມາ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ສ.ປາ​ນາ​ມາ

ພາຍ​ລັງ​ພິ​ທີ​ຕ້ອນ​ຮັບ, , ທ່ານ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງາ​ນ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ແລະ ​ທ່ານ José Raúl Mulino ​ປະ​ທາ​ນາ​ທິ​ບໍ​ດີ ສ.ປາ​ນາ​ມາ ພ້ອມ​ກັບ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ສອງ​ປະ​ເທດ​ໄດ້​ດຳ​ເນີນ​ການ​ເຈ​ລະ​ຈາ.

Top