• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການໂອ້ລົມສົນທະນາເປົ້າໝາຍພັດທະນາປະເທດຊາດຮອດປີ 2025 ແລະ 2030, ວິໄສທັດຮອດປີ 2045

      ໂດຍກະກຽມໃຫ້ແກ່ການຮຽບຮຽງຮ່າງເອກະສານກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ, ຕອນເຊົ້າວັນທີ 10 ສິງຫາ, ຢູ່ຮ່າໂນ້ຍ, ຄະນະປະຈຳຄະນະຮຽບຮຽງເອກະສານກອງປະຊຸມໃຫຍ່ໄດ້ຈັດຕັ້ງການໂອ້ລົມສົນທະນາດ້ວຍຫົວຂໍ້: ເປົ້າໝາຍພັດທະນາປະເທດຊາດຮອດປີ 2025 ແລະ 2030, ວິໄສທັດຮອດປີ 2045”

ການໂອ້ລົມສົນທະນາເປົ້າໝາຍພັດທະນາປະເທດຊາດຮອດປີ 2025 ແລະ 2030, ວິໄສທັດຮອດປີ 2045 (ພາບ: qdnd.vn
      ກ່າວຄຳເຫັນທີ່ການໂອ້ລົມສົນທະນາ, ທ່ານ ຫງວຽນຊວັນທັ໊ງ, ເລຂາສູນກາງພັກ, ຜູ້ອຳນວຍການສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ, ປະທານສະພາທິດສະດີສູນກາງ, ຜູ້ປະຈຳການອະນຸກຳມະການເອກະສານໄດ້ຄັດສະເໜີຄຳເວົ້າຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝຸຈ້ອງ ທີ່ຊີ້ແຈ້ງວ່າ: ເອກະສານຄັ້ງນີ້ຕ້ອງວາງເປົ້າໝາຍ ແລະ ວິໄສທັດການພັດທະນາ ຫວຽດນາມ ຈົນຮອດກາງສະຕະວັດ, ສຸມໃສ່ 2 ຂີດໝາຍສຳຄັນ, ນັ້ນແມ່ນ: ປີ 2030, ໂດຍເປັນປີສະເຫຼີມສະຫຼອງ 100 ປີແຫ່ງວັນສ້າງຕັ້ງພັກ ແລະ ປີ 2045, ໂດຍເປັນປີສະເຫຼີມສະຫຼອງ 100 ປີແຫ່ງວັນສະຖາປະນາປະເທດຊາດ. ດັ່ງນັ້ນ, ເລື່ອງກຳນົດບັນດາເປົ້າໝາຍພັດທະນາປະເທດຊາດໃນໄລຍະ 5 ປີ, 10 ປີ, ວິໄສທັດຮອດປີ 2045 ແມ່ນສຳຄັນທີ່ສຸດ. ທ່ານ ຫງວຽນຊວັນທັ໊ງ ໃຫ້ຮູ້ວ່າ:
            ໂຄງການການເມືອງທີ່ໄດ້ວາງອອກເປົ້າໝາຍໂດຍສັງເຂບ, ສຸດທ້າຍແມ່ນການກໍ່ສ້າງສັງຄົມນິຍົມ, ສ່ວນພວກເຮົາແມ່ນພວມເວົ້າເຖິງບັນດາເປົ້າໝາຍເຖິງວ່າຍັງຍາວໄກກໍ່ຕາມແຕ່ມັນກໍ່ແມ່ນບັນດາເປົ້າໝາຍພັດທະນາໃນໄລຍະກາງເພື່ອບັນລຸໄດ້ເປົ້າໝາຍສຸດທ້າຍເຊິ່ງໂຄງການການເມືອງວາງອອກ.
 (ແຫຼ່ງຄັດຈາກ VOV)



ກອງປະຊຸມສຸດຍອດ CLV ຄັ້ງທີ 1 ຮັບຮອງເອົາຖະແຫຼງການຮ່ວມ

ກອງປະຊຸມສຸດຍອດ CLV ຄັ້ງທີ 1 ຮັບຮອງເອົາຖະແຫຼງການຮ່ວມ

ຖະແຫຼງການຮ່ວມ ໂດຍປະທານສະພາແຫ່ງຊາດ 3 ທ່ານລົງນາມ, ຢືນຢັນຄືນໃໝ່ຄຳໝັ້ນສັນຍາເປີດກວ້າງ ແລະ ເຮັດໃຫ້ການພົວພັນຮ່ວມມື ແລະ ຄູ່ຮ່ວມມືລັດຖະສະພາເລິກເຊິ່ງຂຶ້ນຕື່ມ

Top