• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການໂອ້ລົມສົນທະນາທາງອອນລາຍ: “ຫວຽດນາມ: ກາລະໂອກາດລົງທຶນ, ດໍາເນີນທຸລະກິດ ພາຍຫຼັງໂລກລະບາດໂຄວິດ - 19”

      ການໂອ້ລົມສົນທະນາທາງອອນລາຍດ້ວຍຫົວຂໍ້: ຫວຽດນາມ: ກາລະໂອກາດລົງທຶນ, ດໍາເນີນທຸລະກິດ ພາຍຫຼັງໂລກລະບາດໂຄວິດ - 19”, ໂດຍກະຊວງການຕ່າງປະເທດຫວຽດນາມ, ສະຖານທູດຫວຽດນາມປະຈໍາ ອັງກິດ ສົມທົບກັບອົງການ Asia House ຂອງອັງກິດ ຈັດຕັ້ງຂຶ້ນໃນຕອນບ່າຍວັນທີ 29 ພຶດສະພາ.

ຮອງລັດຖະມົນຕີຜູ້ປະຈໍາການກະຊວງການຕ່າງປະເທດຫວຽດນາມ ບຸ່ຍແທັງເຊີນ ທີ່ການໂອ້ລົມສົນທະນາ
(ພາບ: ກະຊວງການຕ່າງປະເທດ)
      ທີ່ການໂອ້ລົມສົນທະນາ, ທ່ານຮອງລັດຖະມົນຕີຜູ້ປະຈໍາການກະຊວງການຕ່າງປະເທດຫວຽດນາມ ບຸ່ຍແທັງເຊີນ ໃຫ້ຮູ້ວ່າ ຫວຽດນາມ ພວມຫັນໄປສູ່ໄລຍະປະຕິບັດເປົ້າໝາຍຄວບຄູ່ ທັງປ້ອງກັນ ແລະ ສະກັດກັ້ນໂລກລະບາດ, ທັງມານະພະຍາຍາມຢ່າງສຸດຂີດ ເພື່ອຟື້ນຟູ ແລະ ພັດທະນາເສດຖະກິດ. ຕາມທ່ານຮອງລັດຖະມົນຕີ ບຸ່ຍແທັງເຊີນແລ້ວ,ໃນໄລຍະຈະມາເຖິງ, ເລື່ອງຍາດແຍ່ງກາລະໂອກາດທີ່ດີ ຍ້ອນອັງກິດຖອນຕົວອອກຈາກ ສະຫະພາບເອີຣົບ (ອີຢູ) ນໍາມາໃຫ້ ແລະ ດ້ວຍບັນດາທ່າແຮງຂອງສອງປະເທດຊາດ, ຫວຽດນາມ ແລະ ອັງກິດ ອາດຈະຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດສືບຕໍ່ພັດທະນາຢ່າງແຮງ ແລະ ສະແດງຄວາມຊົມເຊີຍຕໍ່ບັນດາວິສາຫະກິຕ່າງປະເທດ, ໃນນັ້ນ ມີບັນດາວິສາຫະກິດອັງກິດ ເຂົ້າມາລົງທຶນ, ດໍາເນີນທຸລະກິດຢູ່ຫວຽດນາມ.
        ສ່ວນບັນດາວິສາຫະກິດອັງກິດ ມີຄວາມສົນໃຈເຖິງບັນດາບັນຫາ: ສະພາບແວດລ້ອມແຫ່ງການລົງທຶນ, ດໍາເນີນທຸລະກິດຢູ່ຫວຽດນາມ, ກາລະໂອກາດລົງທຶນ, ນະໂຍບາຍສົ່ງເສີມການຄ້າ - ການລົງທຶນ ພາຍຫຼັງໂລກລະບາດໂຄວິດ - 19 ຂອງຫວຽດນາມ, ການຫັນປ່ຽນຂອງລະບົບການສະໜອງສິນຄ້າ ແລະ ເລື່ອງຫວຽດນາມ ຜັນຂະຫຍາຍບັນດາສັນຍາການຄ້າແບບໃໝ່ ຄື ສັນຍາ CPTPP ແລະ EVFTA.
 (ແຫຼ່ງຄັດຈາກ VOV)
 

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ສະ​ເໜີ ອາ​ຊຽນ ເສີມ​ຂະ​ຫຍາຍ​ 3 ກົກ​ເຄົ້າແຫຼ່ງ​ກຳ​ລັງ​ແຮງຍຸດ​ທະ​ສາດ​ຢ່າງ​ແຮງ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ສະ​ເໜີ ອາ​ຊຽນ ເສີມ​ຂະ​ຫຍາຍ​ 3 ກົກ​ເຄົ້າແຫຼ່ງ​ກຳ​ລັງ​ແຮງຍຸດ​ທະ​ສາດ​ຢ່າງ​ແຮງ

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ “ກວມລວມ ແລະ ຍືນຍົງ” ແມ່ນການຄັດເລືອກ ແລະ ຄວາມຮຽກຮ້ອງຕ້ອງການຍຸດທະສາດຂອງ ອາຊຽນ, ພ້ອມທັງສະເໜີໃຫ້ ອາຊຽນ ເສີມຂະຫຍາຍສາມກົກເຄົ້າແຫຼ່ງກຳລັງຍຸດທະສາດຢ່າງແຮງ.

Top