• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການແຜ່ລະບາດຂອງເຊື້ອພະຍາດໂຄວິດ - 19 ໃນໂລກ ສ່ວນຫຼາຍແມ່ນຍ້ອນເຊື້ອໄວຣັດກາຍພັນ Omicron

      ໃນ 24 ຊົ່ວໂມງຜ່ານມາ, ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ໃໝ່ຕື່ມອີກ 1.931.184 ຄົນ, ໃນນັ້ນ ອາເມລິກາ ແມ່ນປະເທດມີຈຳນວນຜູ້ຕິດເຊື້ອໃໝ່ສູງທີ່ສຸດ ດ້ວຍ 287.973 ຄົນ, ຖັດຈາກນັ້ນແມ່ນ ຝລັ່ງ, ອິນເດຍ.
ປະຊາຊົນ ຊາວ ເຢຍລະມັນ ລຽນແຖວຖ້າກວດຫາເຊື້ອໄວຣັດ (ພາບ: THX/ TTXVN)
      ວັນທີ 17 ມັງກອນ, ຫວຽດນາມ ກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ລາຍໃໝ່ຕື່ມອີກ 16.378 ຄົນ ຢູ່ 62 ແຂວງ, ນະຄອນ. ຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແມ່ນ 20.172 ຄົນ ແລະ ມີ 179 ຄົນເສຍຊີວິດ.
ສ່ວນຢູ່ໃນໂລກ, ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1h30 ຕອນເຊົ້າວັນທີ 17 ມັງກອນ (ຕາມເວລາ  UTC), ໃນໂລກມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດກວ່າ 328,66 ລ້ານຄົນ ແລະ ມີ ຜູ້ເສຍຊີວິດກວ່າ 5.5 ລ້ານຄົນ.
            ໃນ 24 ຊົ່ວໂມງຜ່ານມາ, ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ໃໝ່ຕື່ມອີກ 1.931.184 ຄົນ, ໃນນັ້ນ ອາເມລິກາ ແມ່ນປະເທດມີຈຳນວນຜູ້ຕິດເຊື້ອໃໝ່ສູງທີ່ສຸດ ດ້ວຍ 287.973 ຄົນ, ຖັດຈາກນັ້ນແມ່ນ ຝລັ່ງ, ອິນເດຍ. ວົງການນັກຊ່ຽວຊ່ານຖືວ່າ ການແຜ່ລະບາດຂອງເຊື້ອພະຍາດໂຄວິດ - 19 ໃນໂລກໃນປັດຈຸບັນ ສ່ວນຫຼາຍແມ່ນຍ້ອນການແຜ່ລາມຂອງເຊື້ອໄວຣັດກາຍພັນ Omicron. ອາເມລິກາ, ອິນເດຍ, ບຣາຊິນ, ອັງກິດ... ປັດຈຸບັນແມ່ນບັນດາປະເທດຖືກຜົນກະທົບຢ່າງໜັກໜ່ວງຈາກໂລກລະບາດດັ່ງກ່າວ.
(ແຫຼ່ງຄັດຈາກ VOV)
 

ບຸ​ລິ​ມະ​ສິດ​ໜູນ​ຊ່ວຍ​ການ​ລົງ​ທຶນ​ພິ​ເສດ​ຕ້ອງ​ຕິດ​ພັນ​ກັບ​ຄຳ​ໝັ້ນ​ສັນ​ຍາ ແລະ ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ

ບຸ​ລິ​ມະ​ສິດ​ໜູນ​ຊ່ວຍ​ການ​ລົງ​ທຶນ​ພິ​ເສດ​ຕ້ອງ​ຕິດ​ພັນ​ກັບ​ຄຳ​ໝັ້ນ​ສັນ​ຍາ ແລະ ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ

ປະ​ກອບ​ຄ​ຳ​ເຫັນ​ໃສ່​ກົດ​ໝາຍ​ວ່າ​ດ້ວຍ​ການ​ປັບ​ປຸງ​ເພີ່ມ​ເຕີມ​ບາງ​ມາດ​ຕາ​ຂອງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ລົງ​ທຶນ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈ​ິ່ນ​ແທັງ​ເໝິ້ນ ຍົກ​ໃຫ້​ເຫັນ 4 ບັນ​ຫາ​ໃຫຍ່, ໃນ​ນັ້ນ​ມີ​ທ່າ​ອ່ຽງ​ໂຍະ​ຍານ ເງື່ອນ​ໄຂ​ເຂົ້າ​ເຖິງ​ຕະຫຼາດ​ສຳ​ລັບ​ບັນ​ດາ​ນັກ​ລົງ​ທຶນ.

Top