• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການເລືອກຕັ້ງ ອາເມລິກາ: ຜູ້ສະໝັກຮັບເລືອກຕັ້ງ 2 ທ່ານເລີ່ມດຳເນີນການໂຕ້ວາທີໂດຍກົງຄັ້ງທຳອິດ

ການໂຕ້ວາທີໂດຍສຳນັກຂ່າວສານ ABC News ປະສານງານ ດ້ວຍເວລາປະມານ 90 ນາທີ ແລະ ບໍ່ມີຜູ້ເຂົ້າຮ່ວມໂດຍກົງ.
ທ່ານນາງຮອງປະທານາທິບໍດີ ອາເມລິກາ Kamala Harris ແລະ ຜູ້ສະໝັກຮັບເລືອກຕັ້ງພັກສາທາລະນະ Donald Trump (ພາບ: Reuters/TTXVN)

ຕອນຄ່ຳວັນທີ 10 ກັນຍາ (ຕາມເວລາ ອາເມລິກາ), ທ່ານນາງຮອງປະທານາທິບໍດີ ອາເມລິກາ Kamala Harris ແລະ ຜູ້ສະໝັກຮັບເລືອກຕັ້ງພັກສາທາລະນະ Donald Trump ໄດ້ເລີ່ມດຳເນີນການໂຕ້ວາທີໂດຍກົງຄັ້ງທຳອິດຢູ່ສູນລັດຖະທຳມະນູນແຫ່ງຊາດ (NCC) ຢູ່ Philadelphia, Pennsylvania.

ການໂຕ້ວາທີໂດຍສຳນັກຂ່າວສານ ABC News ປະສານງານ ດ້ວຍເວລາປະມານ 90 ນາທີ ແລະ ບໍ່ມີຜູ້ເຂົ້າຮ່ວມໂດຍກົງ. ຜູ້ສະໝັກຮັບເລືອກຕັ້ງບໍ່ໄດ້ຮູ້ຫົວຂໍ້ໂຕ້ວາທີກ່ອນ. ແຕ່ລະຄົນຈະມີເວລາ 2 ນາທີ ເພື່ອຕອບຄຳຖາມຂອງໂຄສົກລາຍການ, 2 ນາທີເພື່ອບັນລະຍາຍ ແລະ 1 ນາທີເພື່ອໃຫ້ຄຳຕອບອື່ມອີກຖ້າມີຄວາມຈຳເປັນ. ເຖິງຢ່າງໃດກໍ່ຕາມ, ຜູ້ສະໝັກຮັບເລືອກຕັ້ງ 2 ຄົນບໍ່ໄດ້ຕັ້ງຄຳຖາມໃຫ້ແກ່ກັນ ແລະ ບໍ່ໄດ້ພົບປະກັບທິມເລືອກຕັ້ງໃນຕະຫຼອດເວລາຈັດການໂຕ້ວາທີ.

ເນື້ອໃນຂອງການໂຕ້ວາທີແມ່ນປິ່ນອ້ອມບັນດາບັນຫາເຊິ່ງປະຊາຊົນ ອາເມລິກາ ພວມສົນໃຈ, ຄື: ບັນຫາເສດຖະກິດ, ການເຂົ້າເມືອງ, ນະໂຍບາຍການຕ່າງປະເທດ, ພິເສດແມ່ນບັນດາການປະທະກັນ ລັດເຊຍ - ຢູແກຼນ ແລະ ຮາມາດສ - ອິດສະຣາແອັນ.

(ແຫຼ່ງຄັດຈາກ VOV)

ການ​ປະ​ທະ​ກັນ​ຢູ່​ ຕາ​ເວັນ​ອອກ​ກາງ: ບັນ​ດາ​ຝ່າຍ​ຕັ້ງ​ຄວາມ​ຫວັງ​ຕໍ່​ຄວາມ​ຄືບ​ໜ້າ​ໃໝ່​ພາ​ຍຫຼັງ​ການ​ເຈ​ລະ​ຈາ​ຢູ່ ສະ​ວິດ

ການ​ປະ​ທະ​ກັນ​ຢູ່​ ຕາ​ເວັນ​ອອກ​ກາງ: ບັນ​ດາ​ຝ່າຍ​ຕັ້ງ​ຄວາມ​ຫວັງ​ຕໍ່​ຄວາມ​ຄືບ​ໜ້າ​ໃໝ່​ພາ​ຍຫຼັງ​ການ​ເຈ​ລະ​ຈາ​ຢູ່ ສະ​ວິດ

ວັນ​ທີ 22 ມິ​ຖຸ​ນາ, ອາ​ເມ​ລິ​ກາ ແລະ ອີ​ຣານ ພ້ອມ​ກັບ​ບັນ​ດາ​ຝ່າຍ​ເປັນ​ກາງ​ໄກ່​ເກ່ຍ ໄດ້​ຕີ​ລາ​ຄາ​ຮອບ​ເຈ​ລະ​ຈາ​ຂັ້ນ​ສູງ​ຄັ້ງ​ທຳ​ອິດ​ລະ​ຫວ່າງ ອາ​ເມ​ລິ​ກາ ແລະ ອີ​ຣານ ທີ່​ດຳ​ເນີນ​ຢູ່ ສະ​ວິດ ໄດ້​ຮັບ​ຮູ້ “ຄືບ​ໜ້າ​ທີ່​ມີ​ລັກ​ສະ​ນະ​ສ້າງ​ສັນ”, ດ້ວຍ​ເລື່ອງ​ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອ​ກະ​ພາບ​ຕໍ່​ຂັ້ນ​ຕອນ ​ເພື່ອແນ​ໃສ່​ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​ສຸດ​ທ້າຍ​ໃນ​ຮອບ​ເວ​ລາ 60 ວັນ.

Top