• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການເລືອກຕັ້ງຢູ່ ອາເມລິກາ ປີ 2024: ທ່ານນາງ Kamala Harris ກາຍເປັນຜູ້ອອກສະຫມັກຮັບເລືອກຕັ້ງປະທາທິບໍດີຂອງພັກປະຊາທິປະໄຕຢ່າງເປັນທາງການ

ທ່ານນາງຮອງປະທານາທິບໍດີ ອາເມລິກາ Kamala Harris ໄດ້ຮັບການສະເຫນີຈາກພັກປະຊາທິປະໄຕໃຫ້ແກ່ການແຂ່ງຂັນເລືອກຕັ້ງປະທານາທິບໍດີ ອາເມລິກາ ກັບຜູ້ອອກສະໝັກຮັບເລືອກຕັ້ງຂອງພັກ ສາທາລະນະ ແມ່ນ ທ່ານ Donald Trump ໃນການເລືອກຕັ້ງຈະຈັດຂຶ້ນໃນເດືອນ ພະຈິກ ຈະມາເຖິງ.
ທ່ານນາງ Kamala Harris ຮອງປະທານາທິບໍດີ ອາເມລິກາ ກ່າວຄຳເຫັນທີ່ ວໍຊິງຕັນ ເມື່ອວັນທີ 1/8. (ພາບ:AFP)

ທ່ານນາງ Kamala Harris  ອາຍຸ 59 ປີ ແມ່ນຜູ້ໄດ້ຮັບການສະເຫນີມາອອກສະໝັກຮັບເລືອກຕັ້ງຫນຶ່ງດຽວໃນການປ່ອນບັດແບບທາງໄກທີ່ແກ່ຍາວໃນເວລາ 5 ວັນ ຂອງສະມາຊິກພັກປະຊາທິປະໄຕເກືອບ 4.000 ຄົນ. ໂດຍແມ່ນແມ່ຍິງຜິວດຳ ແລະມີເຊື້ອຊາດຈາກ ອາຊີ ຄົນທຳອິດໄດ້ຮັບການສະເຫນີຈາກພັກໃຫຍ່, ທ່ານນາງ ໄດ້ຮັບການສະເຫນີຢ່າງເປັນທາງການໃນກອງປະຊຸມໃຫຍ່ຂອງພັກປະຊາທິປະໄຕ ຢູ່ Chicago ໃນທ້າຍເດືອນນີ້.

ເລື່ອງໄດ້ຮັບການສະເຫນີອອກສະໝັກຮັບເລືອກຕັ້ງ ແມ່ນດຳເນີນໄປໃນຂະນະທ່ານນາງກະກຽມກ້າວເຂົ້າສູ່ບັ້ນຫາສຽງເລືອກຕັ້ງໃນສັບປະດາຈະມາເຖິງ ດ້ວຍການໄປປະຕິບັດງານຜ່ານ 7 ລັດທີ່ຈັດການປ່ອນບັດສຳຄັນພ້ອມກັບຜູ້ອອກສະໝັກຮັບເລືອກຕັ້ງທີ່ຍັງບໍ່ທັນໄດ້ເຜີຍຊື່ຂອງພັກປະຊາທິປະໄຕສຳລັບຕຳແຫນ່ງ ຮອງປະທານາທິບໍດີ ອາເມລິກາ.

(ແຫຼ່ງຄັດຈາກ VOV)

ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໂຮ່ກວັກ​ຢຸງ ເຂົ້າ​ຮ່ວມ​ການ​ໂອ້​ລົມ​ສົນ​ທະ​ນາ ກຸຍ​ເຍີນ ກ່ຽວ​ກັບ​ດິນ​ຟ້າ​ອາ​ກາດ ແລະ ການ​ຫັນ​ປ່ຽນ

ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໂຮ່ກວັກ​ຢຸງ ເຂົ້າ​ຮ່ວມ​ການ​ໂອ້​ລົມ​ສົນ​ທະ​ນາ ກຸຍ​ເຍີນ ກ່ຽວ​ກັບ​ດິນ​ຟ້າ​ອາ​ກາດ ແລະ ການ​ຫັນ​ປ່ຽນ

ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ໄຂ, ທ່ານ ໂຮ່ກວັກ​ຢຸງ ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ເນັ້ນ​ໜັກ​ວ່າ ຫວຽດ​ນາມ ຕ້ອງ​ປະ​ຕິ​ບັດ​ທັງ​ເປົ້າ​ໝາຍການ​ຂະ​ຫຍາຍ​ຕົວ​ເສດ​ຖະ​ກິດ​ບັນ​ລຸ​ສອງ​ຕົວ​ເລກ ແລະ ປ່ອຍ​ອາຍ​ພິດ​ລົງ​ເປັນ 0 ໃນ​ປີ 2050.

Top