• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການເລືອກຕັ້ງທົ່ວປະເທດຢູ່ ປາກິດສະຖານ: ຄວາມເຄັ່ງຕຶງເພີ່ມຂຶ້ນພາຍຫຼັງປະກາດໝາກຜົນທາງການ

ແລະກໍ່ໃນວັນທີ 11 ກຸມພາ, ຕຳຫຼວດ ປາກິດສະຖານ ກ່າວເຕືອນຈະປັບໄໝລົງໂທດບັນດາຜູ້ເຕົ້າໂຮມແບບຜິດກົດໝາຍພາຍຫຼັງ ພັກ Pakistan Tehreek – e – Insaf (PTI) ຂອງທ່ານອະດີດນາຍົກລັດຖະມົນຕີ Imran Khan ຮຽກຮ້ອງໃຫ້ບັນດາຜູ້ສະໜັບສະໜູນການແຫ່ຂະບວນປະທ້ວງ ເພື່ອຄັດຄ້ານໝາກຜົນຂອງການເລືອກຕັ້ງ ທີ່ຈັດຂຶ້ນໃນອາທິດກ່ອນ.
ສຳນັກງານສະພາແຫ່ງຊາດຢູ່ ປາກິດສະຖານ (ພາບ:AFP/TTXVN)

ວັນທີ 11 ກຸມພາ, ວົງການເຈົ້າໜ້າທີ່ ປາກິດສະຖານ ໃຫ້ຮູ້ວ່າ: ຢ່າງໜ້ອຍສຸດມີ 3 ຄົນເສຍຊີວິດ ແລະ ອີກ 7 ຄົນຖືກຮັບບາດເຈັບໃນການປະທະກັນລະຫວ່າງບັນດາສະມາຊິກສອງພັກການເມືອງກົງກັນຂ້າມກັນຢູ່ແຂວງ Sindh, ທາງພາກໃຕ້ປະເທດນີ້. ບັນດາແຫຼ່ງຂ່າວໃຫ້ຮູ້ວ່າ: ສະພາບການຢູ່ເຂດດັ່ງກ່າວໄດ້ຮັບການຄວບຄຸມແລ້ວ.

ແລະກໍ່ໃນວັນທີ 11 ກຸມພາ, ຕຳຫຼວດ ປາກິດສະຖານ ກ່າວເຕືອນຈະປັບໄໝລົງໂທດບັນດາຜູ້ເຕົ້າໂຮມແບບຜິດກົດໝາຍພາຍຫຼັງ ພັກ Pakistan Tehreek – e – Insaf (PTI) ຂອງທ່ານອະດີດນາຍົກລັດຖະມົນຕີ Imran Khan ຮຽກຮ້ອງໃຫ້ບັນດາຜູ້ສະໜັບສະໜູນການແຫ່ຂະບວນປະທ້ວງ ເພື່ອຄັດຄ້ານໝາກຜົນຂອງການເລືອກຕັ້ງ ທີ່ຈັດຂຶ້ນໃນອາທິດກ່ອນ. ການນຳ PTI ກ່າວຫາວ່າມີການສໍ້ໂກງໃນຂັ້ນຕອນການເລືອກຕັ້ງ.

ໝາກຜົນຂອງການນັບບັດຫາກໍ່ໄດ້ປະກາດນັ້ນ ໄດ້ສະແດງໃຫ້ເຫັນບັນດາຜູ້ອອກສະໝັກຮັບເລືອກຕັ້ງເອກະລາດ, ໃນນັ້ນ, ສ່ວນຫຼາຍມີການພົວພັນກັບພັກ PTI, ຍາດໄດ້ທີ່ນັ່ງສ່ວນຫຼາຍ (101 ທີ່ນັ່ງ) ໃນການເລືອກຕັ້ງສະພາແຫ່ງຊາດ ລວມມີ 266 ທີ່ນັ່ງຈັດຂຶ້ນໃນວັນທີ 8 ກຸມພາ ຜ່ານມາ.

(ແຫຼ່ງຄັດຈາກ VOV)

ໄຟ​ຟ້າ​ແຮງ​ລົມ ຫວຽດ​ນາມ ມີ​ຄວາມ​ສາ​ມາດ​ບົ່ມ​ຊ​້ອນ top 5 ໃນ​ ອາ​ຊີ

ໄຟ​ຟ້າ​ແຮງ​ລົມ ຫວຽດ​ນາມ ມີ​ຄວາມ​ສາ​ມາດ​ບົ່ມ​ຊ​້ອນ top 5 ໃນ​ ອາ​ຊີ

ຕາມ​ບົດ​ລາຍ​ງານຫຼ້າ​ສຸດ​ຂອງ​ສະ​ພາ​ພະ​ລັງ​ງານ​ແຮງ​ລົມ​ທົ່ວ​ໂລກ, ຫວຽດ​ນາມ ມີ​ກຳ​ລັງ​ບົ່ມ​ຊ້ອນຫຼາຍ​ຢ່າງ​ເພື່ອ​ກາຍ​ເປັນ​ຕະຫຼາດ​ໄຟ​ຟ້າ​ແຮງ​ລົມ​ຢູ່ນອກ​ຝັ່ງ ໃຫຍ່​ອັນ​ດັບ​ທີ 5 ຢູ່​ພາກ​ພື້ນ ອາ​ຊີ - ປາ​ຊີ​ຟິກ ໃນ​ໄລ​ຍະ 2031 – 2035.

Top