• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການເຕີບໂຕເສດຖະກິດຂອງຫວຽດນາມໃນປີ 2019 ໃກ້ຈະບັນລຸລະດັບສູງ

      ກ່າວຄໍາເຫັນທີ່ການຖະແຫຼງຂ່າວນັດສາມັນເດືອນ ສິງຫາ ຂອງລັດຖະບານທີ່ຖືກດໍານີນໃນຕອນບ່າຍວັນທີ 04 ກັນຍາ, ຢູ່ຮ່າໂນ້ຍ, ທ່ານລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານຫວຽດນາມ ມາຍຕ໊ຽນຢຸງ ໄດ້ເຕື້ອງເຖິງບັນດາສັນຍານຕັ້ງໜ້າຂອງພື້ນຖານເສດຖະກິດໃນເດືອນສິງຫາ ແລະ ໄລຍະ 8 ເດືອນຜ່ານມາຂອງປີ 2019. ທີ່ການຖະແຫຼງຂ່າວ, ຜູ້ຕາງໜ້າກະຊວງແຜນການ ແລະ ການລົງທຶນ ໄດ້ຍົກອອກບາງການກໍານົດທິດເພື່ອດຶງດູດເງິນລົງທຶນທັງຢູ່ພາຍໃນ ແລະ ຕ່າງປະເທດໃນໄລຍະຈະມາເຖິງຢູ່ຫວຽດນາມ.

ທ່ານ ມາຍຕ໊ຽນຢຸງ ລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານ  (ພາບ: VGP)
      ຕາມທ່ານ ມາຍຕ໊ຽນຢຸງ ລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານແລ້ວ, ປີ 2019 ຜ່ານໄປໄດ້ 8 ເດືອນ ສະພາບການເຕີີບໂຕເສດຖະກິດໂລກພັດທະນາຢ່າງຊັກຊ້າ ແລະ ການຄ້າທົ່ວໂລກຖືກຊຸດໂຊມ. ເຖິງວ່າຖືກຜົນກະທົບບໍ່ດີຈາກເສດຖະກິດທົ່ວໂລກກໍ່ຕາມ, ແຕ່ຫຼາຍອົງການຈັດຕັ້ງສາກົນຍັງມີການຕີລາຄາຢ່າງຕັ້ງໜ້າກ່ຽວກັບແງ່ຫວັງຂອງເສດຖະກິດຫວຽດນາມໃນປີ 2019. ທ່ານລັດຖະມົນຕີ ມາຍຕ໊ຽນຢຸງ ໃຫ້ຮູ້ວ່າ:
        ອາດຈະຢັ້ງຢືນໄດ້ວ່າ ການເຕີບໂຕຂອງເສດຖະກິດຫວຽດນາມ ໃກ້ຈະບັນລຸລະດັບສູງຕາມເປົ້າໝາຍສູ້ຊົນຂອງປີ 2019 ແມ່ນ 6,6 – 6,8% ເຊິ່ງສະພາແຫ່ງຊາດຫວຽດນາມໄດ້ມອບໝາຍໃຫ້. ດັດຊະນີລາຄາໃຊ້ຈ່າຍສະເລ່ຍ 8 ເດືອນຂອງປີ 2019 ເພີ່ມຂ້ຶນ 2,57% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ນີ້ແມ່ນລະດັບເພີ່ມຂຶ້ນສະເລ່ຍ 8 ເດືອນ ຕໍ່າທີ່ສຸດໃນ 3 ປີ ມານີ້. ການເກັບງົບປະມານແຫ່ງລັດບັນລຸໄດ້ລະດັບປານກາງ ອັນໄດ້ສະແດງໃຫ້ເຫັນຄວາມສາມາດຕົວຈິງຂອງພື້ນຖານເສດຖະກິດຫວຽດນາມ, ພິເສດແມ່ນການເກັບງົບປະມານສູູນກາງເພີ່ມຂຶ້ນລື່ນກາຍແຜນງົບປະມານ ຢ່າງຕໍ່ເນື່ອງພາຍໃນ 3 ປີ”.
        ເພື່ອສືບຕໍ່ເພີ່ມເຕີມກໍາລັງຄວາມສາມາດບົ່ມຊ້ອນໃຫ້ແກ່ພື້ນຖານເສດຖະກິດນັ້ນ, ຕ້ອງສືບຕໍ່ສ້າງກົນໄກບຸກທະລຸເພື່ອດຶງດູດນັກລົງທຶນ, ທີ່ກອງປະຊຸມສະໄໝສາມັນເທື່ອທີ 8 ສະພາແຫ່ງຊາດຊຸດທີ 14 ເຊິ່ງຈະຈັດຂຶ້ນໃນເດືອນຕຸລາ 2019 ນີ້, ລັດຖະບານ ຈະຍື່ນສະເໜີຮ່າງກົດໝາຍວ່າດ້ວຍລົງທຶນຕາມຮູບການຄູ່ຮ່ວມມືພາກລັດ - ເອກະຊົນ (PPP). ສະພາແຫ່ງຊາດຈະປະກອບຄໍາເຫັນໃສ່ຮ່າງກົດໝາຍສະບັບດັ່ງກ່າວ ແລະ ຄາດວ່າຈະໄດ້ຮັບຮອງເອົາໃນກອງປະຊຸມສະໄໝສາມັນເທື່ອທີ 9, ຄາດວ່າຈະຈັດຂຶ້ນໃນເດືອນພຶດສະພາ 2020.
 (ແຫຼ່ງຄັດຈາກ VOV)

ບິ່ງເຟືອກ ແມ່ນສິ່ງພິເສດໃຫ້ແກ່ເຈດຈຳນົງ, ຄວາມມຸ່ງຫວັງໃນ ການພັດທະນາຢ່າງບໍ່ຢຸດຢັ້ງ

ບິ່ງເຟືອກ ແມ່ນສິ່ງພິເສດໃຫ້ແກ່ເຈດຈຳນົງ, ຄວາມມຸ່ງຫວັງໃນ ການພັດທະນາຢ່າງບໍ່ຢຸດຢັ້ງ

ທ່ານປະທານປະເທດ ສະເໜີ ບິ່ງເຟືອກ ຈົ່ງສືບຕໍ່ເສີມຂະຫຍາຍມູນເຊື້ອອົງອາດກ້າຫານຢ່າງແຮງ, ພ້ອມກັບທົ່ວປະເທດ ກ້າວເຂົ້າສູ່ສັງກາດໃໝ່.

Top