• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການເຈລະຈາການຄ້າ ຈີນ-ອາເມລິກາ ບັນລຸໄດ້ໝາກຜົນຕັ້ງໜ້າຫຼາຍຢ່າງ

ວັນທີ 16 ພຶດສະພາ, ກ່າວຄຳເຫັນກັບວົງການນັກຂ່າວກ່ຽວກັບໝາກຜົນ ການເຈລະຈາການຄ້າ ຈີນ-ອາເມລິກາ ຈັດຂຶ້ນຢູ່ ສ.ເກົາຫຼີ ຫວ່າງແລ້ວນີ້, ໂຄສົກກະຊວງການຄ້າ ຈີນ ຢືນຢັນວ່າ: ສອງຝ່າຍບັນລຸໄດ້ໝາກຜົນຕັ້ງໜ້າຫຼາຍຢ່າງ.
  ການເຈລະຈາການຄ້າ ຈີນ-ອາເມລິກາ ບັນລຸໄດ້ໝາກຜົນຕັ້ງໜ້າຫຼາຍຢ່າງ  

ກ່ອນ​ອື່ນ​ໝົດ, ສອງ​ຝ່າຍ​ສືບ​ຕໍ່​ປະ​ຕິ​ບັດ​ບັນ​ດາ​ໝາກ​ຜົນ​ຂອງ​​ບັນ​ດາການ​ທາບ​ທາມ​ຄຳ​ເຫັນ​ກ່ອນນັ້ນ ແລະ ບັນ​ລຸ​ໄດ້​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ອັນ​ຕັ້ງ​ໜ້າ ​ກ່ຽວ​ກັບ​ບັນ​ດາ​ຂໍ້​ຕົກ​ລົງ​ດ້ານ​ພາ​ສີ​ອາ​ກອນ​ທີ່​ກ່ຽວ​ຂ້ອງ. ສອງ​ຝ່າຍ​ເຫັນ​ດີ​ສ້າງ​ຕັ້ງ​ສະ​ພາ​ການ​ຄ້າ ແລະ ສະ​ພາ​ລົງ​ທຶນ ເພື່ອ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ບັນ​ດາ​ຄວາມ​ວິ​ຕົກ​ກັງ​ວົນ​ໃນ​ສອງ​ຂົງ​ເຂດນີ້.

ໜ້າ​ສົນ​ໃຈ​ແມ່ນ ສອງ​ຝ່າຍ​ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​ກ່ຽວ​ກັບ​ເລື່ອງ ຈີນ ຊື້​ເຮືອ​ບິນ​ຈາກ ອາ​ເມ​ລິ​ກາ ແລະ ເລື່ອງ ອາ​ເມ​ລິ​ກາ ຮັບ​ປະ​ກັນ​ສະ​ໜອງ​ເຄື່​ອງ​ຈັກ ແລະ ເຄື່ອງ​ອາ​ໄຫຼ່​ແທນ​ໃຫ້​ແກ່ ຈີນ ພ້ອມ​ທັງ​ເຫັນ​ດີ​ຈະ​ສືບ​ຕໍ່​ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ​ທີ່​ກ່ຽວ​ຂ້ອງ.

(ແຫຼ່ງຄັດຈາກ VOV)

ເຫດ​ແຜ່ນ​ດິນ​ໄຫວ​ຢູ່ ເວ​ເນ​ຊູ​ເອ​ລາ: ຈຳ​ນວ​ນ​ຜູ້​ເສຍ​ຊີ​ວິດ​ສືບ​ຕໍ່​ເພີ່​ມ​ຂຶ້ນ.

ເຫດ​ແຜ່ນ​ດິນ​ໄຫວ​ຢູ່ ເວ​ເນ​ຊູ​ເອ​ລາ: ຈຳ​ນວ​ນ​ຜູ້​ເສຍ​ຊີ​ວິດ​ສືບ​ຕໍ່​ເພີ່​ມ​ຂຶ້ນ.

ທ່ານນາງ Delcy Rodriguez ​ປະ​ທາ​ນາ​ທິ​ບໍ​ດີ ຊົ່ວ​ຄາວ ເວ​ເນ​ຊູ​ເອ​ລາໄດ້​ລົງ​ກວດ​ກາ​ສະ​ພາບ​ຕົວ​ຈິງ ຢູ່ La Guaira ເຊິ່ງ​ແມ່ນ​ສະ​ຖານ​ທີ່​ຖືກ​ຜົນ​ສະ​ທ້ອນ​ຢ່າງ​ໜັກ​ໜ່ວງ​ທີ່​ສຸດ​ໃນ​ເຫດ​ແຜ່ນ​ດິນ​ໄຫວ ແລະ ໄດ້​ຮັບ​ການ​ປະ​ກາດ​ວ່າ​ແມ່ນ​ “ເຂດ​ວິ​ນາດ​ຕະ​ກຳ”.

Top