• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການເຄື່ອນໄຫວສະເຫຼີມສະຫຼອງວັນບຸນວິສາຂະບູຊາ 2017 - ພ.ສ 2561

      ໃນໄລຍະຈະມາເຖິງຜູ້ມີຍົດຖາບັນດາສັກ, ພະສົງສຳມະເນນ ແລະ ບັນດາພຸດທະສາສະນິກກະຊົນ ສືບຕໍ່ປະຕິບັດບັນດາແຜນນະໂຍບາຍຂອງພັກ, ນະໂຍບາຍ, ກົດໝາຍຂອງລັດເປັນຢ່າງດີ
      ວັນທີ 04/05, ການນຳຄະນະພັກແຂວງ, ສະພາປະຊາຊົນ, ຄະນະກຳມະການປະຊາຊົນ, ຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ແຂວງກວາງນາມ ໄດ້ໄປວັດ ດ້າວງວຽນ, ນະຄອນ ຕາມກີ, ແຂວງກວາງນາມ ເພື່ອວອຍຜູ້ມີພອນຍົດຖາບັນດາສັກ, ພະສົງສຳມະເນນ ແລະ ບັນດາພຸດທະສາສະນິກກະຊົນແຂວງກວາງນາມ ເນື່ອງໃນໂອກາດ ວັນບຸນວິສາຂະບູຊາ ພ.ສ 2561, ປີ 2017. 


(ການເຄື່ອນໄຫວສະເຫຼີມສະຫຼອງວັນບຸນວິສາຂະບູຊາ 2017 - ພ.ສ 2561)
      ນະທີ່ນີ້, ທ່ານນາງ ຫງວຽນທິທູລານ, ຫົວໜ້າຄະນະຂົນຂວາຍຄະນະພັກແຂວງກວາງນາມ ເຊື່ອໝັ້ນວ່າ, ໃນໄລຍະຈະມາເຖິງຜູ້ມີຍົດຖາບັນດາສັກ, ພະສົງສຳມະເນນ ແລະ ບັນດາພຸດທະສາສະນິກກະຊົນ ສືບຕໍ່ປະຕິບັດບັນດາແຜນນະໂຍບາຍຂອງພັກ, ນະໂຍບາຍ, ກົດໝາຍຂອງລັດເປັນຢ່າງດີ; ຈັດຕັ້ງກອງປະຊຸມໃຫຍ່ຜູ້ແທນສະມາຄົມພຸດທະສາສະໜາຫວຽດນາມ ແຂວງກວາງນາມ ຄັ້ງທີ 5, ອາຍຸການ 2017 – 2020 ສຳເລັດຜົນ, ກ້າວໄປເຖິງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດສະມາຄົມພຸດທະສາສະໜາຫວຽດນາມ ຄັ້ງທີ 8.
        ແລະກໍ່ໃນວັນທີ 04/05, ຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ແຂວງ ວິ້ງລອງ ໄດ້ຈັດງານພົບປະກັບບັນດາຜູ້ມີຍົດຖາບັນດາສັກ ສະມາຄົມພຸດທະສາສະໜາຫວຽດນາມ ແຂວງ ວິ້ງລອງ ເນື່ອງໃນໂອກາດສະເຫຼີມສະຫຼອງວັນບຸນວິສາຂະບູຊາ ພ.ສ 2561 ປີ 2017.
 (ແຫຼ່ງຄັດຈາກ VOV)
 
 

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top