• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການເຄື່ອນໄຫວລົງພົບປະກັບຜູ້ມີສິດເລືອກຕັ້ງຢູ່ທ້ອງຖິ່ນຄວນຮັບປະກັນຄວາມປອດໄພ ແລະ ປ້ອງກັນ, ຕ້ານໂລກລະບາດ

      ຕອນບ່າຍວັນທີ 5 ພຶດສະພາ,ທ່ານຮອງປະທານຜູ້ຈຳການ ສະພາແຫ່ງຊາດຫວຽດນາມ ເຈີນແທງເໝີ້ນ ໄດ້ລົງເຮັດວຽກກັບການນຳແຂວງເຊີນລາ ກ່ຽວກັບວຽກງານເລືອກຕັ້ງ ສະມາຊິກສະພາແຫ່ງຊາດຊຸດທີ 15 ແລະ ສະມາຊິກສະພາປະຊາຊົນທຸກຂັ້ນ
ທ່ານຮອງປະທານຜູ້ຈຳການ ສະພາແຫ່ງຊາດຫວຽດນາມ ເຈີນແທງເໝີ້ນ ເຮັກວຽກຢູ່ແຂວງເຊີນລາ
      ທ່ານຮອງປະທານຜູ້ຈຳການ ສະພາແຫ່ງຊາດຫວຽດນາມ ເຈີນແທງເໝີ້ນ ໄດ້ຕີລາຄາສູງວຽກງານຈັດຕັ້ງຜັນຂະຫຍາຍບັນດາການເຄື່ອນໄຫວຂອງແຂວງເຊີນລາເພື່ອຮັບໃຊ້ວັນເລືອກຕັ້ງເພື່ອຮັບປະກັນລັກສະນະຄົບຊຸດ, ຮັດກຸ່ມ, ບັນດາໝາກຜົນດີ, ຖືກຕ້ອງຕາມເວລາກຳນົດ ພ້ອມທັງສະເໜີແຂວງສືບຕໍ່ປະຕິບັດບັນດາວິທີການແກ້ໄຂຮັບປະກັນໃຫ້ການເລືອກຕັ້ງປະສົບຜົນສຳເລັດ. ທ່ານຮອງປະທານຜູ້ຈຳການ ສະພາແຫ່ງຊາດຫວຽດນາມ ເຈີນແທງເໝີ້ນ ກ່າວວ່າ :
   “ ຂ້າພະເຈົ້າສະເໜີແຂວງ ເອົາໃຈໃສ່ ຕິດຕາມເວັນຍາມຕະຫຼອດວັນຄືນ ແລະ ມີ 3 ບັນຫາ, ທີ 1 ແມ່ນວຽກງານໂຄສະນານັບແຕ່ນີ້ຮອດວັນເລືອກຕັ້ງ, ທີ 2 ແມ່ນຂົນຂວາຍປະຊາຊົນມີສະຕິຄວາມຮັບຜິດຊອບໃນການໄປປ່ອນບັດ, ທີ 3 ແມ່ນຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພໃນສັງຄົມ”
     ໃນວັນດຽວກັນທ່ານຮອງປະທານສະພາແຫ່ງຊາດ ໂດ້ບ້າຕິໄດ້ລົງກວດກາວຽກງານກະກຽມການເລືອກຕັ້ງຢູ່ແຂວງຟູ້ອຽນ.
 (ແຫຼ່ງຄັດຈາກ VOV)
 

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.

Top