• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການເຄື່ອນໄຫວພົບປະແລກປ່ຽນ 2 ຝ່າຍຂອງທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ຢູ່ AMM 52

ຢູ່ນອກກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ ຄັ້ງທີ 52 (AMM 52), ວັນທີ 31 ກໍລະກົດ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ໄດ້ມີບັນດາການພົບປະ 2 ຝ່າຍກັບລັດຖະມົນຕີການຕ່າງປະເທດຫຼາຍທ່ານ.

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ທີ່ກອງປະຊຸມ

ເມື່ອແລກປ່ຽນກ່ຽວກັບບັນດາບັນຫາຢູ່ພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ທ່ານລັດຖະມົນຕີ ຟ້າມບິ່ງມິງ ແລະ ຄູ່ຕຳແໜ່ງລັດເຊຍ  Sergei Lavrov ໄດ້ແບ່ງປັນທັດສະນະກ່ຽວກັບການແກ້ໄຂບັນດາບັນຫາໂດຍສັນຕິວິທີ, ຖືກຕ້ອງຕາມກົດໝາຍສາກົນ. ຝ່າຍລັດເຊຍ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການຮ່ວມມືລະຫວ່າງລັດເຊຍ - ອາຊຽນ ແລະ ຢືນຢັນເຖິງການສະໜັບສະໜູນບົດບາດໃຈກາງຂອງອາຊຽນ ໃນໂຄງປະກອບພາກພື້ນ.

ທີ່ການພົບປະກັບທ່ານລັດຖະມົນຕີການຕ່າງປະເທດໄທ ດອນ ປຣະມັດວິໄນ

ທີ່ການພົບປະກັບທ່ານລັດຖະມົນຕີການຕ່າງປະເທດໄທ ດອນ ປຣະມັດວິໄນ,ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ໄດ້ຢືນຢັນວ່າ, ຍາມໃດຫວຽດນາມ ກໍ່ສະໜັບສະໜູນໄທ ໃນການດໍາລົງຕໍາແໜ່ງເປັນປະທານອາຊຽນ 2019 ເປັນຢ່າງດີ. ລັດຖະມົນຕີທັງ 2 ທ່ານໄດ້ເຫັນດີສ້າງໂຄງການດໍາເນີນງານໄລຍະ 2019 – 2024 ຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ - ໄທ ໃຫ້ສຳເລັດໂດຍໄວ.

        ທີ່ການພົບປະກັບທ່ານລັດຖະມົນຕີການຕ່າງປະເທດລາວ ສະເຫຼີມໄຊ ກົມມະສິດ, 2 ຝ່າຍໄດ້ເຫັນດີສືບຕໍ່ເພີ່ມທະວີການປຶກສາຫາລື, ແລກປ່ຽນລະຫວ່າງບັນດາຫົວໜ່ວຍເປັນປະຈຳ; ປະຕິບັດສຳເລັດຂໍ້ຕົກລົງກ່ຽວກັບການແກ້ໄຂບັນຫາການອົບພະຍົບພູມລໍາເນົາແບບຊະຊາຍ ແລະ ການສົມລົດໂດຍບໍ່ໄດ້ຈົດທະບຽນຢູ່ເຂດຊາຍແດນລະຫວ່າງ  2 ປະເທດ; ຊຸກຍູ້ການຜັນຂະຫຍາຍກອງປະຊຸມສະຫຼຸບຮູບແບບການກວດກາ “ປະຕູດຽວ, ຢຸດເທື່ອໜຶ່ງ” ຢູ່ຄູ່ດ່ານຊາຍແດນລາວບາວ - ແດນສະຫວັນ…

        ນອກນັ້ນ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງກໍ່ໄດ້ມີການພົບປະກັບລັດຖະມົນຕີການຕ່າງປະເທດນອກແວ ແລະ ຍີ່ປຸ່ນ ຕື່ມອີກ.

(ແຫຼ່ງຄັດຈາກ VOV)

ໄຂກອງປະຊຸມສຸດຍອດສະພາແຫ່ງຊາດ 3 ປະເທດ ກຳປູເຈຍ - ລາວ - ຫວຽດນາມ ຄັ້ງທີ 1

ໄຂກອງປະຊຸມສຸດຍອດສະພາແຫ່ງຊາດ 3 ປະເທດ ກຳປູເຈຍ - ລາວ - ຫວຽດນາມ ຄັ້ງທີ 1

ກ່າວຄຳເຫັນໄຂກອງປະຊຸມ, ທ່ານ ທອງລຸນ ສີສຸລິດ, ເລຂາທິການໃຫຍ່, ປະທານປະເທດ ສປປ ລາວ ໄດ້ຕີລາຄາສູງຂໍ້ລິເລີ່ມຈັດກອງປະຊຸມ CLV.

Top