• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການເຄື່ອນໄຫວພົບປະແລກປ່ຽນຂອງຄະນະຜູ້ແທນທະຫານເຮືອອາເມລິກາຢູ່ນະຄອນດ່ານັ້ງດຳເນີນໄປຢ່າງຟົດຟື້ນ

      ໃນຂອບເຂດບັນດາການເຄື່ອນໄຫວຂອງກ່ຳປັ່ນທະຫານເຮືອອາເມລິກາ ຢ້ຽມຢາມນະຄອນດ່ານັ້ງ, ຕອນເຊົ້າວັນທີ 06 ມີນາ, ບັນດາລູກເຮືອຂອງກ່ຳປັ່ນເດີນບິນຂອງທະຫານເຮືອ ອາເມລິກາ ທີ່ເຂົ້າຮ່ວມບັນດາການເຄື່ອນໄຫວພົບປະແລກປ່ຽນ, ກິລາ ແລະ ບາງການເຄື່ອນໄຫວປະຊາຄົມ.

ການເຄື່ອນໄຫວພົບປະແລກປ່ຽນຂອງຄະນະຜູ້ແທນທະຫານເຮືອອາເມລິກາ
ຢູ່ນະຄອນດ່ານັ້ງດຳເນີນໄປຢ່າງຟົດຟື້ນ
(ພາບ: baomoi.com)
      ບັນດາລູກເຮືອກ່ຳປັ່ນເດີນບິນຂອງທະຫານເຮືອ ອາເມລິກາ ໄດ້ແຂ່ງຂັນບານເຕະໃນຮົ່ມ (fusal) ກັບພະແນກວັດທະນະທຳ, ກິລານະຄອນດ່ານັ້ງ; ການແລກປ່ຽນອາຫານການກິນ; ຢ້ຽມຢາມໝູ່ບ້ານເດັກນ້ອຍ SOS ດ່ານັ້ງ. ທ່ານ ເລີມກວາງມິງ, ຜູ້ອຳນວຍການພະແນກພົວພັນຕ່າງປະເທດນະຄອນດ່ານັ້ງ ໃຫ້ຮູ້ວ່າ, ການຢ້ຽມຢາມນະຄອນດ່ານັ້ງ ຂອງຄະນະຜູ້ແທນທະຫານເຮືອອາເມລິກາ ຄັ້ງນີ້ ຈະສືບຕໍ່ຊຸກຍູ້ການພົວພັນລະຫວ່າງ 2 ປະເທດໃຫ້ພັດທະນາສົມກັບຂອບເຂດການພົວພັນຮ່ວມມືຮອບດ້ານ, ປະກອບສ່ວນຢ່າງແທດຈິງເຂົ້າໃນສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຮ່ວມມື ແລະ ພັດທະນາໃນພາກພື້ນ.
 (ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top