• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການເຄື່ອນໄຫວຕ້ອນຮັບບຸນເຕັດຂອງຊາວຫວຽດນາມຢູ່ຕ່າງປະເທດໃນໂລກ


ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ລາວ ຫງວຽນ​ບ໋າ​ຮູ່ງ ກ່າວ​ຄຳ​ເຫັນ​ທີ່​ພິ​ທີ
 
      ​ການ​ຕ້ອນ​ຮັບບຸນ​ປີ​ໃໝ່​ປະ​ຈຳ​ຊາດ​ປີ​ລະ​ກາເຕັມ​ໄປ​ດ້ວຍ​ຄວາມ​ອົບ​ອຸ່ນ, ເຕັມ​ໄປ​ດ້ວຍ​ສີ​ສັນ​ລະ​ດູ​ບານ​ໃໝ່​ໄດ້​​ດຳ​ເນີນໃນ​ວັນ​ທ​ີ 22/1, ທີ່​ສຳ​ນັກ​ງານ​ສະ​ຖານ​ທ​ູ​ດ ຫວຽດ​ນາມ ປະ​ຈຳ​ລອນດອນ, ນະ​ຄອນຫຼວງ​ລາ​ຊະ​ນາ​ຈັກ ອັງ​ກິດ, ດ້ວຍ​ການ​ມີ​ໜ້າ​ຂອງ​ພໍ່​ແມ່​ປະ​ຊາ​ຊົນ​ຊາວ ຫວຽດ​ນາມ ເກືອບ 400 ຄົນ​ທີ່​ມາ​ຈາ​ກ​ທຸກ​ແຖບ​ຖິ່ນ​ໃນ​ທົ່​ວ​ປະ​ເທດ ອັງ​ກິດ. ກ່າວ​ຄຳ​ເຫັນ​ທີ່​ງານ​ລ້ຽງ, ທ່ານ ຫງວຽນ​ວັນ​ຖາວ, ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ລາ​ຊະ​ອາ​ນາ​ຈັກ ອັງ​ກິດ, ໄດ້​ຢັ້ງ​ຢືນ​ວ່າ: ປ​ະ​ຊາ​ຄົມ​ຊາວ ຫວຽດ​ນາມ ​ອາ​ໄສຢູ່​ຕ່າງ​ປະ​ເທດ​ແມ່​ນ​ພາກ​ສ່ວນ​ໜຶ່ງ​ຂອງ​ຊາດ​ຫວຽດ​ນາມ, ຮຽກ​ຮ້ອງ​ໃຫ​້​ພໍ່​ແມ່​ປະ​ຊາ​ຊົນ​ຊາວ ຫວຽດ​ນາມ ຢູ່ ອັງ​ກິດ ພ້ອມ​ກັນ​ຮ່ວມແຮງ​ຮ່ວມ​ໃຈ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ປະ​ເທດ​ຊາດ​ເວົ້າ​ລວມກໍ່​ຄື​ການ​ພົວ​ພັນ ຫວຽດ​ນາມ - ອັງ​ກິດ​ເວົ້າ​ສະ​ເພາະ.
        ທີ່​ນະ​ຄອນ Sao Paulo, ສະ​ຖານ​ທູ​ດ ຫວຽດ​ນາມ ປະ​ຈຳ ປ​ຣາ​ຊິນ ແລະ ຄະ​ນະ​ຕິ​ດ​ຕໍ່​ພົວ​ພັນ​ປະ​ກັບຊາ​ຄົມ​ຊາວ ຫວຽດ​ນາມ ຢູ່​ປະ​ເທດນີ້ ໄດ້​ຈັດ​ຕັ້ງ​​ງານ​ພົບ​ປະ​ສ້າງ​ສັນ​ເນື່ອງ​ໃນ​ໂອ​ກາດ​ບຸ​ນ​ປີ​ໃໝ່​ປີ​ລ​ະ​ກາ 2017.
        ຕອນ​ຄ່ຳ​ວັນ​ທີ 22/1, ຢູ່ Fukuoka, ປະ​ເທດ ຍີ່​ປຸ່ນ, ສະ​ຖານ​ກົງ​ສູນ​ໃຫຍ່ ຫວຽດ​ນາມ ແລະ ສະ​ມາ​ຄົມ​ຊາວ​ໜຸ່ມ, ນັກ​ສຶກ​ສາ ຫວຽດ​ນາມ ປະ​ຈຳ Fukuoka ໄດ້​ສົມ​ທົບ​ກັນ​ຈັດ​ຕັ້ງ​​ງານບ​ຸນ​ເຕັດ​ວົງ​ຄະ​ນະ​ຍາດ​ຕ້ອນ​ຮັບ​ບຸນ​ປີໃໝ່​ປີ​ລະ​ກາ 2017, ​ອັນ​ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງ​ຄູ​​ອາ​ຈານ, ນັ​ກ​ສຶກ​ສາ​ສາ​ກົນຫຼາຍ​ຄົນ ແລະ ກ່​ວາ 300 ຄົ​ນ, ເຊິ່ງ​ແມ່ນ​ຜູ້​ຕາງ​ໜ້າ​ໃຫ້​ແກ່ຊາວ ຫວຽດ​ນາມ 14.500 ຄົນ​ທີ່ພວມ​ດຳ​ລົງ​ຊີ​ວິດ, ເຮັດ​ວຽກ ແລະ ຮ່ຳ​ຮຽນ​ຢູ່​ເຂດ Kyushu – Okinawa, ປະ​ເທດ ຍີ່​ປຸ່ນ.
        ກ່ອນ​ໜ້ານັ້ນ, ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳໂຮນ​ລັງ, ກໍ່ໄດ້​ຈັດ​ຕັ້ງ​​ງານ​ພົບ​ປະ​ສ້າງ​ສັນ​ຕ້ອນ​ຮັບ​ບຸນ​ເຕັດ​ປີ​ລະ​ກາ 2017 ກັບ​ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ປະ​ຈຳ ໂຮນ​ລັງ. ຕ​ອນ​ຄ​ຳ່​ວັນ​ທີ 21/1, ຢູ່​ນະ​ຄອນຫຼວງ ວຽງ​ຈັນ, ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ສ​ປ​ປ ລາວ ກໍ່​ໄດ້​ຈັດ​ຕັ້ງ​​ລາຍ​ການບຸນ​ເຕັດ​ວົງ​ຄະ​ນະ​ຍາດ​ຕ້ອນ​ຮັບ​ບຸນ​ປ​ີ​ໃໝ່​ລະ​ກາ 2017 ເຊັ່ນ​ດຽວ​ກັນ.
(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ພົບປະກັບ ການນຳບັນດາປະເທດ, ອົງການຈັດຕັ້ງສາກົນທີ່ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ສປຊ ຄັ້ງທີ 81

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ພົບປະກັບ ການນຳບັນດາປະເທດ, ອົງການຈັດຕັ້ງສາກົນທີ່ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ສປຊ ຄັ້ງທີ 81

ວັນທີ 22 ກັນຍາ (ຕາມເວລາທ້ອງຖິ່ນ), ຢູ່ນະຄອນ ນິວຢອກ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ພົບປະກັບການບັນດາ ປະເທດ ແລະ ອົງການຈັດຕັ້ງສາກົນ.

Top