ໂດຍສືບຕໍ່ການຢ້ຽມຢາມທາງລັດຖະກິດ ອິນເດຍ, ຕອນເຊົ້າວັນທີ 07 ພຶດສະພາ, ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ແລະ ຄະນະຜູ້ແທນຂັ້ນສູງ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນ Mumbai (ລັດ Maharashtra). ຢູ່ທີ່ນີ້, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ໄປຢ້ຽມຢາມສູນຕະຫຼາດຫຼັກຊັບແຫ່ງຊາດ ອິນເດຍ.
ພາຍຫຼັງໄປຢ້ຽມຢາມ ແລະ ຊອກຮູ້ຮູບແບບເຄື່ອນໄຫວຕົວຈິງຂອງພະແນກຕະຫຼາດຫຼັກຊັບແຫ່ງຊາດ ອິນເດຍ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ປະຕິບັດພິທີສັ່ນກະດິງເປີດຕະຫຼາດ.
ກ່ອນໜ້ານັ້ນ, ເມື່ອໃຫ້ຂ່າວກ່ຽວກັບສະພາບການເຄື່ອນໄຫວ, ທ່ານ Srinivas Injeti, ປະທານຕະຫຼາດຫຼັກຊັບແຫ່ງຊາດ ອິນເດຍ ໃຫ້ຮູ້ວ່າ ປະຈຸບັນ ຕະຫຼາດຫຼັກຊັບແຫ່ງຊາດ ແມ່ນຕະຫຼາດອະນຸພັນ (Derivative) ໃຫຍ່ທີ່ສຸດໃນໂລກຄິດໄລ່ຕາມຈຳນວນ, ດ້ວຍຍອດທຶນຕະຫຼາດປະມານ 5.000 ຕື້ USD ແລະ ມີນັກລົງທຶນກວ່າ 130 ລ້ານຄົນ.
ຕອນບ່າຍວັນທີ 07 ພຶດສະພາ (ຕາມເວລາທ້ອງຖິ່ນ), ຢູ່ Mumbai, ສູນເສດຖະກິດ, ການເງິນ ແລະ ເຕັກໂນໂລຊີແຖວໜ້າຂອງ ອິນເດຍ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ເວທີປາໄສການຄ້າ - ການລົງທຶນ - ທ່ອງທ່ຽວ ຫວຽດນາມ - ອິນເດຍ. ເຫດການໂດຍມີການເຂົ້າຮ່ວມຂອງວິສາຫະກິດເກືອບ 400 ແຫ່ງຂອງທັງ 2 ປະເທດ.
ກ່າວຄຳເຫັນຢູ່ທີ່ນີ້, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຢືນຢັນວ່າ ຮອດເວລາແລ້ວທີ່ການຮ່ວມມືລະຫວ່າງ 2 ປະເທດຕ້ອງຍົກຂຶ້ນສູ່ລະດັບສູງໃໝ່ - ບໍ່ພຽງແຕ່ເປີດກວ້າງດ້ານຂອບຂະໜາດເທົ່ານັ້ນ, ຫາກຍັງສຳຄັນກວ່າແມ່ນຍົກສູງຄຸນນະພາບ, ລວງເລິກ ແລະ ຄຸນຄ່າຍຸດທະສາດ.
“ຂ້າພະເຈົ້າຢາກເນັ້ນໜັກວ່າ ຫວຽດນາມ ບໍ່ພຽງແຕ່ຮຽກຮ້ອງການລົງທຶນເທົ່ານັ້ນ, ຫາກຍັງເປັນເຈົ້າການກະກຽມບັນດາເງື່ອນໄຂດີທີ່ສຸດເພື່ອຮ່ວມເດີນທາງພ້ອມກັບນັກລົງທຶນ. ຫວຽດນາມ ສຸມໃສ່ພັດທະນາບັນດາລະບົບຊີວະພາບໜູນຊ່ວຍການລົງທຶນ, ລວມມີເຂດອຸດສາຫະກຳ, ເຂດເຕັກໂນໂລຊີສູງ, ສູນນະວັດຕະກຳ… ພວກຂ້າພະເຈົ້າໃຫ້ຄຳໝັ້ນສັນຍາຮັບປະກັນສິດຜົນປະໂຫຍດອັນຊອບທຳຖືກຕາມກົດໝາຍຂອງບັນດານັກລົງທຶນ, ເພີ່ມທະວີການສົນທະນາ ແລະ ສ້າງສະພາບແວດລ້ອມດຳເນີນທຸລະກິດຈະແຈ້ງ, ແກ່ງແຍ້ງຢ່າງໂປ່ງໄສ”.







