• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການເຄື່ອນໄຫວຕ່າງໆຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢູ່ ຍີ່ປຸ່ນ

ຕອນເຊົ້າວັນທີ 30 ມິຖຸນາ, ພາຍຫຼັງສິ້ນສຸດການເຂົ້າຮ່ວມກອງປະຊຸມສຸດຍອດ G20, ຢູ່ຍີ່ປຸ່ນ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫວຽນຊວນຟຸກ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ໄປຢ້ຽມຢາມແຂວງ Wakayyama ແລະ ເຂົ້າຮ່ວມງານບຸນດອກບົວຍີ່ປຸ່ນ - ຫວຽດນາມ ຢູ່ນະຄອນ Kinokawa.

 
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພົບປະກັບ

ທ່ານ Nikai Toshihiro, ເລຂາທິການໃຫຍ່ພັກປະຊາທິປະໄຕເສລີຍີ່ປຸ່ນ

(ພາບ: TTXVN)

ຢູ່ນະຄອນ Kinokawa, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ພົບປະກັບທ່ານ Nikai Toshihiro, ເລຂາທິການໃຫຍ່ພັກປະຊາທິປະໄຕເສລີຍີ່ປຸ່ນ (LDP), ປະທານສຳພັນທະມິດສະມາຊິກລັດຖະສະພາມິດຕະພາບຍີ່ປຸ່ນ - ຫຽດນາມ. ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໝີໃຫ້ທ່ານ Nikai Toshihiro ແລະ ການນຳແຂວງ Wakayyama ສືບຕໍ່ສະໜັບສະໜູນການຊຸກຍູ້ລັດຖະບານ, ສະພາແຫ່ງຊາດຍີ່ປຸ່ນ ເພີ່ມທະວີການຮ່ວມມືກັບຫວຽດນາມ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກໍ່ຊົມເຊີຍທ່ານນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe ແລະ ລັດຖະບານຍີ່ປຸ່ນ ໄດ້ຈັດຕັ້ງກອງປະຊຸມສຸດຍອດ G20 ຢ່າງສຳເລັດຜົນ. ທ່ານນາຍົກລັດຖະມົນຕີໃຫ້ຮູ້ວ່າ, ດ້ວຍຖານະເປັນແຂກຖືກເຊີນພິເສດ, ຫວຽດນາມ ໄດ້ຕັ້ງໜ້າປະກອບສ່ວນເຂົ້າໃນບັນດາເນື້ອໃນທີ່ໄດ້ປຶກສາຫາລືທີ່ກອງປະຊຸມ ແລະ ສະໜັບສະໜູນບັນດາທັດສະນະຂອງຍີ່ປຸ່ນ.

        ແລະກໍ່ໃນຕອນເຊົ້າວັນທີ 30 ມິຖຸນາ, ຢູ່ນະຄອນ Kinokawa, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ເຂົ້າຮ່ວມງານບຸນດອກບົວຍີ່ປຸ່ນ - ຫວຽດນາມ. ກ່າວຄຳເຫັນຢູ່ທີ່ນີ້, ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ.

        “ງານບຸນນີ້ແມ່ນພິເສດກວ່າເມື່ອພວກເຮົາໄດ້ຮັບຊົມດອກບົວຂອງຫວຽດນາມ, ໄດ້ເດີນທາງຜ່ານໄລຍະທາງນັບພັນ ກ.ມ ຈາກປະເທດຫວຽດນາມ ທີ່ຫ່າງໄກ ເພື່ອເຊື່ອມຕົວເຂົ້າກັບຄວາມງາມຂອງດວກບົວ Oga ຍີ່ປຸ່ນ. ນັ້ນແມ່ນພະຍານຫຼັກຖານຢ່າງມີຊີວິດຊີວາໃຫ້ແກ່ການເຊື່ອມຕໍ່ທາງດ້ານຈິດໃຈຢ່າງເລິກເຊິ່ງ, ໝັ້ນຄົງລະຫວ່າງປະຊາຊົນ 2 ປະເທດພວກເຮົາ. ຫວຽດນາມ ແລະ ຍີ່ປຸ່ນ ມີຄວາມຄ້າຍຄືກັນດ້ານປະເທດຊາດ ແລະ ມະນຸດ, ພ້ອມກັນນັ້ນແມ່ນມີພື້ນຖານວັດທະນະທຳທີ່ເປັນເອກລັກສະເພາະ, ມີມູນເຊື້ອອັນດີງາມ, ຖືມາດຕະຖານຄຸນສົມບັດເປັນສຳຄັນ, ປະຊາຊົນມີຄວາມດູໝັ້ນຂະຫຍັນພຽນ ແລະ ອົງອາດກ້າຫານ”.

        ກ່ອນໜ້ານັ້ນ, ຕອນບ່າຍວັນທີ 29 ມິຖຸນາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໄປຢ້ຽມຢາມ ແລະ ໂອ້ລົມກັບພະນັກງານ, ພາລະກອນສະຖານກົງສູນໃຫຍ່ຫວຽດນາມ ປະຈຳນະຄອນ Osaka ແລະ ປະຊາຄົມຊາວຫວຽດນາມ ຢູ່ເຂດ Kansai, ປະເທດຍີ່ປຸ່ນ.

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຢ້ຽມຢາມຄະນະກຳມະການ ພະລັງງານປະລະມານູ ແລະ ພະລັງງານທົດແທນ ຝລັ່ງ ແລະ ສູນຄົ້ນຄວ້າເຕັກໂນໂລຊີ Thales

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຢ້ຽມຢາມຄະນະກຳມະການ ພະລັງງານປະລະມານູ ແລະ ພະລັງງານທົດແທນ ຝລັ່ງ ແລະ ສູນຄົ້ນຄວ້າເຕັກໂນໂລຊີ Thales

ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ຝລັ່ງ, ຕອນເຊົ້າວັນທີ 11 ກັນຍາ (ຕາມເວລາທ້ອງຖິ່ນ), ທ່ານເລຂາທິການໃຫຍ່ ຄະນະບໍລິການງານສູນການພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ໂຕເລີມໄດ້ໄປຢ້ຽມຢາມຄະນະກຳມະການພະລັງງານປະລະມານູ ແລະ ພະລັງງານທົດແທນ (CEA) ຂອງ ຝລັ່ງ ແລະ ສູນຄົ້ນຄວ້າເຕັກໂນໂລຊີຂຶ້ນກັບກຸ່ມບໍລິສັດ Thales ຢູ່ Paris-Saclay.

Top