• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການເຄື່ອນໄຫວຂ່ຳນັບຮັບຕ້ອນວັນຄູ ຫວຽດນາມ 20/11

ວັນຄູ ຫວຽດນາມ 20/11, ທົ່ວປະເທດໄດ້ດຳເນີນບັນດາການເຄື່ອນໄຫວສະແດງຄວາມຮູ້ບຸນຄຸນຕໍ່ບັນດາຄູອາຈານ.

 ພິທີຍ້ອງຍໍ “ຄູອາຈານໜຸ່ມດີເດັ່ນ” 

ຕອນຄ່ຳວັນທີ 19 ພະຈິກ ຢູ່ຮ່າໂນ້ຍ, ສູນກາງຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ ໄດ້ຈັດຕັ້ງພິທີຍ້ອງຍໍ “ຄູອາຈານໜຸ່ມດີເດັ່ນ” 99 ຄົນ ຂັ້ນສູນກາງຄັ້ງທີ 2 ປີ 2020. ບັນດາຄູອາຈານແມ່ນແບບຢ່າງໃນຂະແໜງການສຶກສາ ນອກຈາກມີຜົນງານດີເລີດກ່ຽວກັບວິຊາສະເພາະ, ມີຄຸນສົມບັດ ແລະ ອຸທິດສ່ວນໃຫ້ແກ່ພາລະກິດແຫ່ງການສິດສອນແລ້ວ, ຄູອາຈານແຕ່ລະຄົນ ລ້ວນແຕ່ມີຂໍ້ລິເລີ່ມດີເດັ່ນ ໃນວິວັດການສິດສອນ, ຄົ້ນຄວ້າວິທະຍາສາດກໍ່ຄືໝູນໃຊ້ວິທີການສິດສອນແບບໃໝ່ ນຳມາເຊິ່ງປະສິດທິຜົນຢ່າງດີງາມໃຫ້ແກ່ນັກຮຽນ, ນັກສຶກສາ ໃນການຮ່ຳຮຽນ.

        ທີ່ພິທີຍ້ອງຍໍດັ່ງກ່າວ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈືອງຮ່ວາບີງ ໄດ້ຢັ້ງຢືນວ່າ: ລັດຖະບານ, ກະຊວງສຶກສາ ແລະ ບຳລຸງສ້າງ, ທຸກຂັ້ນ, ທຸກຂະແໜງການ ຍາມໃດກໍ່ມີຄວາມເອົາໃຈໃສ່ເຖິງລະບອບ, ນະໂຍບາຍໃຫ້ຖັນແຖວຄູອາຈານ ເພື່ອສ້າງຄວາມອຸ່ນອ່ຽງໃຈໃນການປະຕິບັດງານ, ຜ່ານຜ່າຄວາມຫຍຸ້ງຍາກ, ບືນຕົວຂຶ້ນ, ອຸທິດສ່ວນເຂົ້າໃນພາລະກິດແຫ່ງການສິດສອນກໍ່ສ້າງຄົນ.

        ແລະກໍ່ໃນຕອນບ່າຍວັນທີ 19 ພະຈິກ, ຄະນະກຳມະການປະຊາຊົນແຂວງ ເທື່ອທຽນ-ເຫ້ວ ໄດ້ຈັດຕັ້ງພິທີພົບປະສັງສັນກັບຜູ້ເບິ່ງແຍງ, ລ້ຽງດູເດັກພິການ, ເດັກກຳພ້າ ທີ່ປະສົບກັບຄວາມຫຍຸ້ງຍາກ ເນື່ອງໃນໂອກາດວັນຄູ ຫວຽດນາມ 20/11.

 (ແຫຼ່ງຄັດຈາກ VOV)
 

ນະ​ຄ​ອນ​ ໂຮ່​ຈີມິນ ຕັ້ງ​ຄວາມຫວັງ​​ຈະຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 10 ລ້ານ​ເທື່ອ​ຄົນ​ໃນ​ປີ 2025

ນະ​ຄ​ອນ​ ໂຮ່​ຈີມິນ ຕັ້ງ​ຄວາມຫວັງ​​ຈະຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 10 ລ້ານ​ເທື່ອ​ຄົນ​ໃນ​ປີ 2025

ໃນ 10 ເດືອນຜ່ານມາ, ນະຄອນ ໂຮ່ຈີມິນ ໄດ້ຕ້ອນຮັບແຂກທ່ອງທ່ຽວສາກົນເກືອບ 6,6 ລ້ານເທື່ອຄົນ, ເພີ່ມຂຶ້ນ 18% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ສະເພາະເດືອນຕຸລາ, ນະຄອນດັ່ງກ່າວຕ້ອນຮັບແຂກທ່ອງທ່ຽວສາກົນກວ່າ 705.000 ເທື່ອຄົນ, ເພີ່ມຂຶ້ນ 19% ເມື່ອທຽບໃສ່ໄລຍະດຽວກັນ ແລະ ຕ້ອນຮັບແຂກທ່ອງທ່ຽວພາຍໃນປະເທດ 3,9 ລ້ານເທື່ອຄົນ.

Top