• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການເຄື່ອນໄຫວຂອງທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຢູ່ນອກກອງປະຊຸມສະມັດຊາໃຫຍ່ ສປຊ ຊຸດ 73

ຫວຽດນາມ ພ້ອມແລ້ວທີ່ຈະແບກຫາບ ແລະ ປະຕິບັດສໍາເລັດພາລະໜ້າທີ່ ເປັນ ກໍາມະການບໍ່ປະຈໍາສະພາຄວາມໝັ້ນຄົງສະຫະປະຊາຊາດ ອາຍຸການ 2020 – 2021. 

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ ເຂົ້າຮ່ວມ ແລະ ກ່າວຄໍາເຫັນທີ່ກອງປະຊຸມຂັ້ນລັດຖະມົນຕີບັນດາປະເທດ ອາຊຽນ ແລະ ສໍາພັນທະມິດ ປາຊີຟິກ ຄັ້ງທີ 5

ຢູ່ນອກກອງປະຊຸມສະມັດຊາໃຫຍ່ ສະຫະປະຊາຊາດ ຊຸດທີ 73 ຢູ່ນະຄອນ ນິວຢອກ, ອາເມລິກາ, ວັນທີ 26 ກັນຍາ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ ໄດ້ເຂົ້າຮ່ວມ ແລະ ກ່າວຄໍາເຫັນທີ່ກອງປະຊຸມຂັ້ນລັດຖະມົນຕີບັນດາປະເທດ ອາຊຽນ ແລະ ສໍາພັນທະມິດ ປາຊີຟິກ ຄັ້ງທີ 5, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິນ ຢັ້ງຢືນວ່າ ຫວຽດນາມ ຖືເປັນສໍາຄັນການພົວພັນລະຫວ່າງ ອາຊຽນ ກັບບັນດາອົງການຈັດຕັ້ງໃນພາກພື້ນ, ຊົມເຊີຍ ບັນດາຄໍາໝັ້ນສັນຍາຂອງບັນດາປະເທດສໍາພັນທະມິດ ປາຊີຟິກ; ພ້ອມທັງເນັ້ນໜັກເຖິງບົດບາດສໍາຄັນຂອງບັນດາສາຍຮ່ວມສໍາພັນໃນພາກພື້ນ. ຕາມທ່ານຮອງລັດຖະມົນຕີຟ້າມບິ່ງມິນ ແລ້ວ, ໃນການຮ່ວມມືດ້ານເສດຖະກິດ, ບັນດາປະເທດອາຊຽນ ແລະ ສໍາພັນທະມິດ ປາຊີຟິກ ສາມາດຊົມໃຊ້ບັນດາກົນໄກມີຢູ່ແລ້ວ ຄື ສັນຍາ CPTPP ເພື່ອເພີ່ມທະວີຄວາມສະດວກດ້ານການຄ້າ, ຊຸກຍູ້ການຕະຫຼາດເປີດ ແລະ ອີງໃສ່ລະບຽບກົດໝາຍ ເພື່ອຄວາມວັດທະນາຖາວອນ ແລະ ຄວາມຜາສຸກຂອງປະຊາຊົນສອງພາກພື້ນ.

ນອກຈາກນັ້ນ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິມິນ ຍັງມີການພົບປະຄັ້ງຕ່າງໆກັບ ທ່ານປະທານາທິບໍດີ ປາລາອູ, ລັດຖະມົນຕີການຕ່າງປະເທດບັນດາປະເທດ ເອກວາດໍ ແລະ ຢູແກຼນ. ນະທີ່ນີ້, ທ່ານ ຟ້າມບິ່ງມິນ ໄດ້ຍົກໃຫ້ເຫັນບັນດາຜົນງານພົ້ນເດັ່ນກ່ຽວກັບການພົວພັນຕ່າງປະເທດຂອງຫວຽດນາມໃນໄລຍະ

ຜ່ານມາ, ໂດຍສະເພາະແມ່ນໝາກຜົນແຫ່ງການປະຕິບັດບັນດາຄໍາໝັ້ນສັນຍາສາກົນ; ພ້ອມທັງຢັ້ງຢືນວ່າ ຖ້າຫາກໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກບັນດາປະເທດ, ຫວຽດນາມ ພ້ອມແລ້ວທີ່ຈະແບກຫາບ ແລະ ປະຕິບັດສໍາເລັດພາລະໜ້າທີ່ ເປັນ ກໍາມະການບໍ່ປະຈໍາສະພາຄວາມໝັ້ນຄົງສະຫະປະຊາຊາດ ອາຍຸການ 2020 – 2021.

(​ແຫຼ່ງຄັດ​ຈາກ VOV)


ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top