• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການເຄື່ອນໄຫວຂອງທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ຢູ່ ຈີນ

ທ່ານປະທານປະເທດ ຫວໍວັນເຖືອງ ສະເໜີໃຫ້ 2 ຝ່າຍຍູ້ແຮງບັນດາການເຄື່ອນໄຫວແລກປ່ຽນຄະນະຜູ້ແທນຂັ້ນສູງ
ທ່ານປະທານປະເທດ ຫວໍວັນເຖືອງ ພົບປະກັບທ່ານ ທາຍຈີ, ກຳມະການຜູ້ປະຈຳການກົມການເມືອງ, ເລຂາຄະນະເລຂາທິການ, ຫົວໜ້າຫ້ອງວ່າການສູນກາງພັກກອມມູນິດ ຈີນ (ພາບ: TTXVN)

ວັນທີ 19 ຕຸລາ, ໃນຂອບເຂດເຂົ້າຮ່ວມເຂົ້າຮ່ວມກອງປະຊຸມສຸດຍອດ ເວທີປາໄສ ການຮ່ວມມືສາກົນ “ໜຶ່ງແລວ, ໜຶ່ງເສັ້ນທາງ” ຄັ້ງທີ 3, ເຊິ່ງຈັດຂຶ້ນຢູ່ ປັກກິ່ງ, ປະເທດ ຈີນ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ພົບປະກັບທ່ານ ທາຍຈີ, ກຳມະການຜູ້ປະຈຳການກົມການເມືອງ, ເລຂາຄະນະເລຂາທິການ, ຫົວໜ້າຫ້ອງວ່າການສູນກາງພັກກອມມູນິດ ຈີນ; ຕ້ອນຮັບທ່ານ ຈີລືເສິນ ປະທານທະນາຄານ ລົງທຶນພື້ນຖານໂຄງລ່າງອາຊີ (AIIB).

ທີ່ການພົບປະກັບທ່ານ ທາຍຈີ, ກຳມະການຜູ້ປະຈຳການກົມການເມືອງ, ເລຂາຄະນະເລຂາທິການ, ຫົວໜ້າຫ້ອງວ່າການສູນກາງພັກກອມມູນິດ ຈີນ, ທ່ານປະທານປະເທດ ຫວໍວັນເຖືອງ ສະເໜີໃຫ້ 2 ຝ່າຍຍູ້ແຮງບັນດາການເຄື່ອນໄຫວແລກປ່ຽນຄະນະຜູ້ແທນຂັ້ນສູງ; ເພີ່ມທະວີການຮ່ວມມືລະຫວ່າງບັນດາ ກະຊວງ, ຄະນະ, ຂະແໜງການ, ທ້ອງຖິ່ນລະຫວ່າງ 2 ປະເທດໃນໄລຍະຈະມາເຖິງ. ທ່ານປະທານປະເທດ ສະເໜີໃຫ້ ຈີນ ສືບຕໍ່ສ້າງເງື່ອນໄຂສະດວກເພື່ອເປີດກວ້າງການນຳເຂົ້າຜະລິດຕະພັນກະເສດປະເພດຕ່າງໆຂອງ ຫວຽດນາມ, ເພີ່ມທະວີການລົງທຶນເຂົ້າ ຫວຽດນາມ; ເປີດກວ້າງການຮ່ວມມືດ້ານວັດທະນະທຳ, ການພົບປະແລກປ່ຽນປະຊາຊົນ.

ບົນພື້ນຖານຄວາມຮັບຮູ້ລວມຂັ້ນສູງ, ທ່ານປະທານປະເທດສະເໜີໃຫ້ 2 ຝ່າຍຄວບຄຸມ ແລະ ແກ້ໄຂຄວາມບໍ່ລົງລອຍກັນຢ່າງສົມເຫດສົມຜົນ ແລະ ບັນດາບັນຫາທີ່ຍັງຄົງຄ້າງໃນການພົວພັນລະຫວ່າງ 2 ປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ.

ທີ່ການຕ້ອນຮັບທ່ານ ຈີລືເສິນ, ປະທານທະນາຄານລົງທຶນພື້ນຖານໂຄງລ່າງອາຊີ (AIIB), ທ່ານປະທານປະເທດ ຫວໍວັນເຖືອງ ສະເໜີໃຫ້ AIIB ສືບຕໍ່ໜູນຊ່ວຍບັນດາສະມາຊິກທີ່ມີຄວາມຕ້ອງການຂະໜາດໃຫຍ່ດ້ານທຶນ ແລະ ເຕັກໂນໂລຊີ; ຊຸກຍູ້ການພັດທະນາພື້ນຖານໂຄງລ່າງຢູ່ພາກພື້ນ, ໃນນັ້ນ, ໃຫ້ບຸລິມະສິດໃນວິວັດການຫັນເປັນສີຂຽວ, ຍົກສູງກຳລັງຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.

(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ການ​ຫັນ​ເປັນ​ດີ​ຈີ​ຕອນ ບໍ່​ພ​ຽງ​ແຕ່​ໂອ​ກາດ ຫາກ​ແມ່ນ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ແຕ່​ລະ​ວິ​ສາ​ຫະ​ກິດ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ການ​ຫັນ​ເປັນ​ດີ​ຈີ​ຕອນ ບໍ່​ພ​ຽງ​ແຕ່​ໂອ​ກາດ ຫາກ​ແມ່ນ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ແຕ່​ລະ​ວິ​ສາ​ຫະ​ກິດ

ວັນທີ 15 ມັງກອນ, ຢູ່ຮ່າໂນ້ຍ, ກະຊວງຖະແຫຼງຂ່າວ ແລະ ການສື່ສານ ຫວຽດນາມ ໄດ້ເປັນເຈົ້າພາບຈັດເວທີປາໄສແຫ່ງຊາດປະຈຳປີ ກ່ຽວກັບການພັດທະນາວິສາຫະກິດເຕັກໂນໂລຢີດີຈີຕອນ ຫວຽດນາມ ຄັ້ງທີ VI ດ້ວຍຫົວຂໍ້ “ເປັນເຈົ້າຂອງເຕັກໂນໂລຢີດີຈີຕອນ, ເປັນເຈົ້າຂອງວິວັດທະນາການຫັນເປັນດີຈີຕອນ ຫວຽດນາມ ດ້ວຍວິສາຫະກິດເຕັກໂນໂລຢີດີຈີຕອນ ຫວຽດນາມ”.

Top