• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການເຄື່ອນໄຫວຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ບັນດາອົງການ ກຳນົດວ່າ ປີ 2024 ນີ້ ແລະ ປີຕໍ່ໄປ ຕ້ອງເພີ່ມຄວາມໄວເພື່ອກໍ່ສ້າງໂຄງການໃຫ້ສຳເລັດຖືກຕາມຄວາມຄືບໜ້າ
(ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄປສຳຫຼວດ, ກວດກາເສັ້ນທາງອ້ອມຮອບເລກ 3 ນະຄອນ ໂຮ່ຈີມິນ)

ວັນທີ 13 ກຸມພາ (ກົງກັບວັນທີ 04 ບຸນເຕັດ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ລົງກວດກາຄວາມຄືບໜ້າ, ມອບຂອງຂວັນ, ລະດົມກຳລັງໃຈພະນັກງານ, ກຳມະກອນ, ຜູ້ອອກແຮງງານພວມເຮັດວຽກຢູ່ສະຖານທີ່ກໍ່ສ້າງຢູ່ກິດຈະກຳພື້ນຖານໂຄງລ່າງຄົມມະນາຄົມຈຸດສູມຈຳນວນໜຶ່ງບັນດາແຂວງທາງທິດໃຕ້.

ເມື່ອໄປສຳຫຼວດ, ກວດກາເສັ້ນທາງອ້ອມຮອບເລກ 3 ນະຄອນ ໂຮ່ຈີມິນ, ເຊິ່ງແລ່ນຜ່ານ 4 ທ້ອງຖິ່ນ, ລວມມີ: ນະຄອນ ໂຮ່ຈີມິນ, ດົ່ງນາຍ, ບິ່ງເຢືອງ, ລອງອານ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ບັນດາອົງການ ກຳນົດວ່າ ປີ 2024 ນີ້ ແລະ ປີຕໍ່ໄປ ຕ້ອງເພີ່ມຄວາມໄວເພື່ອກໍ່ສ້າງໂຄງການໃຫ້ສຳເລັດຖືກຕາມຄວາມຄືບໜ້າ, ສູ້ຊົນລື່ນກາຍຄວາມຄືບໜ້າ, ຮັບປະກັນຄຸນນະພາບ, ຄວາມປອດໄພ. ກ່ຽວກັບທ່າກຳປັ່ນເປັນທາງຜ່ານສາກົນ ເກິນເຢີ, ທ່ານນາຍົກລັດຖະມົນຕີສືບຕໍ່ຮຽກຮ້ອງໃຫ້ຕີລາຄາຜົນສະທົບຕໍ່ສິ່ງແວດລ້ອມໃຫ້ລະອຽດ, ໂດຍສະເພາະແມ່ນເຂດ ເຂດນິເວດທຳມະຊາດ ເກີນເຢີ, ປະຕິບັດວຽກງານໂຄສະນາເພື່ອສ້າງຄວາມເຫັນດີເຫັນພ້ອມ, ຜັນຂະຫຍາຍບັນດາວຽກງານໂດຍໄວໃຫ້ຖືກຕາມຂໍ້ກຳນົດ.

ແລະກໍ່ໃນຕອນເຊົ້າວັນດຽວກັນ, ທ່ານນາຍົກລັດຖະມົນຕີ ພ້ອມກັບຄະນະປະຕິບັດງານໄດ້ລົງໄປຢ້ຽມຢາມ, ອວຍພອນປີໃໝ່ພໍ່ແມ່ປະຊາຊົນຢູ່ເຂດຕັ້ງຖິ່ນຖານຄືນໃໝ່ ໂລກອານ - ບິ່ງເຊີນ, ແຂວງ ດົ່ງນາຍ.

(ແຫຼ່ງຄັດຈາກ VOV)

ທ່ານພົນເອກ ຟານວັນຢາງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານພົນເອກ ຟານວັນຢາງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ

ການຢ້ຽມຢາມແມ່ນເພື່ອແນໃສ່ຜັນຂະຫຍາຍແຜນນະໂຍບາຍຢືນຢັນຄືນໃໝ່ ແລະ ຍົກລະດັບການພົວພັນຮ່ວມມື ເຊິ່ງການນຳຂັ້ນສູງ 2 ຝ່າຍໄດ້ເປັນເອກະພາບ

Top