• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການເຄື່ອນໄຫວຂອງທ່ານນາງປະທານສະພາແຫ່ງຊາດຫງວຽນທິກິມເງິນຢູ່ນອກກອງປະຊຸມ IPU 138

ໃນຂອບເຂດການເຄື່ອນໄຫວເຂົ້າຮ່ວມກອງປະຊຸມສະຫະພັນລັດຖະສະພາສາກົນ ຄັ້ງທີ 138 (IPU - 138) ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ, ຕອນບ່າຍວັນທີ 24 ມີນາ (ຕາມເວລາທ້ອງຖິ່ນ)


(ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ

ພົບປະກັບທ່ານນາງ Gabriela Cuevas Barron, ປະທານ IPU)

ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ມີການພົບປະ ແລະ ເຮັດວຽກກັບທ່ານນາງ Gabriela Cuevas Barron, ປະທານ IPU ຢູ່ສຳນັກງານຂອງ IPU ທີ່ເຊີແນວ ປະເທດສະວິດ.

        ທີ່ການພົບປະ ແລະ ເຮັດວຽກ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ຕີລາຄາສູງບົດກ່າວປາໄສຂອງປະທານ IPU ທີ່ພິທີໄຂ APPF 26 ແລະ ເຊື່ອໝັ້ນວ່າ, ທ່ານນາງ Gabriela Cuevas Barron ກໍ່ຄື IPU ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ແລະ ໜູນຊ່ວຍບັນດາລັດຖະສະພາສະມາຊິກ, ໃນນັ້ນມີສະພາແຫ່ງຊາດຫວຽດນາມ ເພື່ອປະຕິບັດບັນດາການເຄື່ອນໄຫວແນໃສ່ຊຸກຍູ້ບັນດາຄຳໝັ້ນສັນຍາເພື່ອເປົ້າໝາຍພັດທະນາແບບຍືນຍົງ.

        ແລະກໍ່ໃນຕອນບ່າຍວັນທີ 24 ມີນາ (ຕາມເວລາທ້ອງຖິ່ນ), ຢູ່ນອກກອງປະຊຸມ IPU – 138, ທ່ານນາງປະທານະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ຕ້ອນຮັບທ່ານປະທານສະພາຕ່ຳ Bambang Soesatyo ແລະ ຄະນະຜູ້ແທນອິນໂດເນເຊຍ. ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຢືນຢັນວ່າ, ການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ - ອິນໂດເນເຊຍ ບໍ່ພຽງແຕ່ຊຸກຍູ້ການພົວພັນ 2 ຝ່າຍໃຫ້ພັດທະນາຢ່າງແຮງກວ່າ ເພື່ອຮັບໃຊ້ຜົນປະໂຫຍດຢ່າງແທດຈິງຂອງປະຊາຊົນ 2 ປະເທດເທົ່ານັ້ນ, ຫາກຍັງປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ ແລະ ພັດທະນາຢູ່ພາກພື້ນ, ຍົກສູງຄວາມຜູກພັນລະຫວ່າງບັນດາປະເທດໃນກຸ່ມອາຊຽນ ອີກດ້ວຍ. ກ່ຽວກັບການຮ່ວມມືລະຫວ່າງສະພາແຫ່ງຊາດວຽດນາມ ແລະ ອິນໂດເນເຊຍ ໃນໄລຍະຜ່ານມາ ຍາມໃດກໍ່ໄດ້ຮັກສາ ແລະ ພັດທະນາຢ່າງດີງາມນັບທັງຂອບເຂດ 2 ຝ່າຍ ແລະ ຫຼາຍຝ່າຍ.

 (ແຫຼ່ງຄັດຈາກ VOV)


ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.

Top