• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການເຄື່ອນໄຫວກະຕຸ້ນການທ່ອງທ່ຽວຢູ່ບາງທ້ອງຖິ່ນ

      ແຂວງ ກວາງນິງ ຈະຈັດກອງປະຊຸມ ແລະ ຮັບຮອງເອົາບາງນະໂຍບາຍເພື່ອແນໃສ່ກະຕຸ້ນການທ່ອງທ່ຽວ

 ແຂວງ ກວາງນິງ ຈະຈັດກອງປະຊຸມ ແລະ ຮັບຮອງເອົາບາງນະໂຍບາຍເພື່ອແນໃສ່ກະຕຸ້ນການທ່ອງທ່ຽວ
(ພາບປະກອບ)
      ແຂວງ ກວາງນິງ ຈະສ້າງຕັ້ງສຳພັນທະມິດກະຕຸ້ນການທ່ອງທ່ຽວເພື່ອແນໃສ່ເຕົ້າໂຮມກຳລັງແຮງຂອງທຸກໆວິສາຫະກິດ, ຫົວໜ່ວຍທ່ອງທ່ຽວ, ບັນດາສະຖານທີ່ພັກເຊົ່າ ດ້ວຍຄວາມປາດຖະໜາຢາກສ້າງ “ກຳລັງພັກດັນ” ໃຫ້ແກ່ຂະແໜງທ່ອງທ່ຽວພາຍຫຼັງຄວບຄຸມເຊື້ອພະຍາດໂຄວິດ-19 ໄດ້ແລ້ວ.
        ຕາມນັ້ນແລ້ວ, ແຂວງ ກວາງນິງ ຈະຈັດກອງປະຊຸມ ແລະ ຮັບຮອງເອົາບາງນະໂຍບາຍເພື່ອແນໃສ່ກະຕຸ້ນການທ່ອງທ່ຽວຄື: ບໍ່ເກັບເງິນຊື້ປິ້ໄປຢ້ຽມຊົມອ່າວ ຮະລອງ ແລະ ເຂດປູຊະນີຍະສະຖານທັດສະນີຍະພາບ ອຽນຕື; ຫໍພິພິທະພັນ ກວາງນິງ ນັບແຕ່ນີ້ຈົນໄປຮອດໝົດ ເດືອນ ມິຖຸນາ; ປະຕິບັດການຊີ້ປີ້ບຸລິມະສິດຊື້ 1 ແຖມ 1 ໃຫ້ນັກທ່ອງທ່ຽວຖືສັນຊາດຫວຽດນາມ ໝົດທຸກຄົນ. ທ່ານ ເຈີ່ນວັນຮົ່ງ, ຮອງຫົວໜ້າສະມາຄົມ, ກ່ຳປັ່ນທ່ອງທ່ຽວສາຂາ ຮະລອງ, ໃຫ້ຮູ້ວ່າ.
        “ເພື່ອແນໃສ່ກະກຽມໃຫ້ລາຍການຕ້ອນຮັບລະດູທ່ອງທ່ຽວຮະລອງ 2020 ແລະ ການເຄື່ອນໄຫວກະຕຸ້ນການທ່ອງທ່ຽວ, ພວກຂ້າພະເຈົ້າພ້ອມແລ້ວທີ່ຈະຮ່ວມເດີນທາງພ້ອມກັບທ້ອງຖິ່ນ. ພວກຂ້າພະເຈົ້າໄດ້ຫຼຸດລາຄາການບໍລິການຂອງກ່ຳປັ່ນໄປທ່ຽວຊົມອ່າວຮະລອງ, ຫຼຸດລາຄາການບໍລິການກິນດື່ມຢູ່ກ່ຳປັ່ນລົງ 30%. ພວກຂ້າພະເຈົ້າກໍ່ເພີ່ມທະວີການໂຄສະນາພາບພົດອ່າວຮະລອງ ເພື່ອດຶງດູດນັກທ່ອງທ່ຽວຢູ່ພາຍໃນປະເທດມາຢ້ຽມຊົມອ່າວຮະລອງ ໃຫ້ນັບມື້ນັບຫຼາຍກວ່າ”.
        ແທນທີ່ຈະຈັດຕັ້ງ Carnaval ຮະລອງ ຄືທຸກໆປີ, ທາງແຂວງກວາງນິງ ຈະຈັດຕັ້ງກວ່າ 70 ເຫດການວັດທະນະທຳ, ກິລາ ແລະ ທ່ອງທ່ຽວຢູ່ຕາມທ້ອງຖິ່ນຕ່າງໆໃນບໍລິເວນແຂວງ ເພື່ອແນໃສ່ດຶງດູດແຂກທ່ອງທ່ຽວ.
        ໃນວັນທີ 12 ພຶດສະພາ, ພະແນກທ່ອງທ່ຽວນະຄອນດ່ານັ້ງ ກໍ່ໄດ້ຈັດກອງປະຊຸມປຶກສາຫາລືແຜນການຟື້ນຟູການເຄື່ອນໄຫວດ້ານການທ່ອງທ່ຽວ ພາຍຫຼັງຖືກຜົນສະທ້ອນຍ້ອນໂລກລະບາດເປັນເວລາຍາວນານ. ມີ 8 ມາດຕະການແກ້ໄຂໄດ້ຍົກອອກມາແມ່ນການສື່ສານ ແລະ ໂຄສະນາການທ່ອງທ່ຽວ; ຮັບປະກັນຄວາມປອດໄພຢູ່ບັນດາສະຖານທີ່ທ່ອງທ່ຽວຢູ່ ດ່ານັ້ງ; ສົ່ງເສີມ ແລະ ຮັກສາບັນດາຖ້ຽວບິນພາຍຫຼັງທີ່ລັດຖະບານ ໄດ້ອະນຸຍາດ… ນອກນັ້ນ, ທາງນະຄອນກໍ່ເອົາໃຈໃສ່ຍູ້ແຮງວຽກງານຮ່ວມສຳພັນ ແລະ ຜັນຂະຫຍາຍບັນດາແຜນການໃຫຍ່ທີ່ກ່ຽວຂ້ອງເຖິງການພັດທະນາການທ່ອງທ່ຽວ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ ຈັນສະໝອນ ຈັນຍະລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ທີ່ມາເຂົ້າຮ່ວມພິທີງານສົບລະດັບຊາດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

Top