• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການາດາ ເນັ້ນໜັກເຖິງຄວາມສຳຄັນຍຸດທະສາດຂອງການພົວພັນກັບ ອາຊຽນ

      ທ່ານລັດຖະມົນຕີການຕ່າງປະເທດ ການາດາ Marc Garneau ໄດ້ຢ້ຳຄືນວ່າ ການາດາ ຈະສືບຕໍ່ຊຸກຍູ້ພາກພື້ນ ມະຫາສະຫມຸດ ອິນເດຍ - ປາຊີຟິກ ແຫ່ງສັນຕິພາບ ແລະ ວັດທະນາຖາວອນ ດ້ວຍການເຂົ້າຮ່ວມຂອງ ທຸກປະເທດສະມາຊິກ ອາຊຽນ
ທ່ານລັດຖະມົນຕີການຕ່າງປະເທດ ການາດາ Marc Garneau (ພາບ:  ctvnews.ca)
      ໃນແຈ້ງການສື່ມວນຊົນໃນວັນທີ 5 ສິງຫາ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ການາດາ Marc Garneau ໄດ້ເນັ້ນໜັກເຖິງຄວາມສຳຄັນ ຍຸດທະສາດຂອງແຕ່ລະການພົວພັນລະຫວ່າງ ການາດາ ແລະ ອາຊຽນ, ໂດຍອີງໃສ່ການພົວພັນຄູ່ຮ່ວມມືແບບຍາວນານ ເພື່ອຜົນປະໂຫຍດລວມ, ພ້ອມທັງເຕື້ອງເຖິງບັນດາກາລະໂອກາດ ເພື່ອເພີ່ມທະວີການຮ່ວມມືໃນບາງຂົງເຂດ, ລວມມີການເມືອງ ແລະ ຄວາມໝັ້ນຄົງ, ເສດຖະກິດ ແລະ ການຄ້າ, ພິເສດແມ່ນຄວາມສາມາດໃນການມຸ່ງໄປເຖິງສັນຍາການຄ້າເສລີ ການາດາ ອາຊຽນ ສະບັບໜຶ່ງ. ທ່ານລັດຖະມົນຕີການຕ່າງປະເທດ Marc Garneau ໄດ້ຢ້ຳຄືນວ່າ ການາດາ ຈະສືບຕໍ່ຊຸກຍູ້ພາກພື້ນ ມະຫາສະຫມຸດ ອິນເດຍ - ປາຊີຟິກ ແຫ່ງສັນຕິພາບ ແລະ ວັດທະນາຖາວອນ ດ້ວຍການເຂົ້າຮ່ວມຂອງ ທຸກປະເທດສະມາຊິກ ອາຊຽນ, ທ່ານເນັ້ນໜັກເຖິງການສະໜັບສະໜູນຢ່າງຄົບຖ້ວນ ຂອງ ການາດາ ຕໍ່ ການເຫັນດີເຫັນພ້ອມ 5 ຂໍ້ ຂອງ ອາຊຽນ ກ່ຽວກັບເລື່ອງຊອກຫາວິທີການຍາວນານ ໃຫ້ແກ່ວິກິດການຢູ່ ມຽນມາ. ທ່ານລັດຖະມົນຕີການຕ່າງປະເທດ ການາດາ ໄດ້ຢັ້ງຢືນຄຳໝັ້ນສັນຍາ ຂອງ Ottawa ໃນການເຮັດໃຫ້ການພົວພັນຄູ່ຮ່ວມມືກັບ ອາຊຽນ ເລິກເຊິ່ງກ່ວາອີກ ເພື່ອບັນລຸໄດ້ຄວາມຄືບໜ້າກ່ວາອີກ ໃນໄລຍະຈະມາເຖິງ.
 (ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top