
ກັບທ່ານປະທານສະພາແຫ່ງຊາດ ສ.ເກົາຫຼີ Park Byeong Seug (ພາບ: VOV)
ກ່າວຄໍາເຫັນທີ່ການເຈລະຈາຜ່ານທາງອອນລາຍ ກັບທ່ານປະທານສະພາແຫ່ງຊາດ ສ.ເກົາຫຼີ Park Byeong Seug ໃນຕອນເຊົ້າວັນທີ 23 ມິຖຸນາ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ໄດ້ເນັ້ນໜັກວ່າ ຫວຽດນາມ ຍາມໃດກໍຖື ສ.ເກົາຫຼີ ແມ່ນຄູ່ຮ່ວມມືສຳຄັນ, ຍາວນານ ແລະ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືບຸລິມະສິດແຖວໜ້າໃນສາຍພົວພັນສາກົນຂອງ ຫວຽດນາມ; ຫວຽດນາມ ພ້ອມແລ້ວທີ່ຈະພ້ອມກັບ ສ.ເກົາຫຼີ ນຳການພົວພັນຮ່ວມມືຍຸດທະສາດທີ່ເລິກເຊິ່ງກວ້າງຂວາງຂຶ້ນສູ່ລະດັບສູງໃໝ່ໃນໄລຍະຈະມາເຖິງ.
ກ່ຽວກັບການຮ່ວມມືສອງຝ່າຍ, ປະທານສະພາແຫ່ງຊາດສອງປະເທດ ເຫັນດີສືບຕໍ່ຊຸກຍູ້ການພົວພັນຮ່ວມມື; ຕັ້ງໜ້າຈັດຕັ້ງບັນດາການເຄື່ອນໄຫວສະເຫຼີມສະຫຼອງ 30 ປີ ແຫ່ງວັນສ້າງຕັ້ງການພົວພັນສອງຝ່າຍ. ພ້ອມກັນນັ້ນ, ການຮ່ວມມື ແລະ ແບ່ງປັນໃນວຽກງານສ້າງກົດໝາຍ; ສ້າງເງື່ອນໄຂໃຫ້ແກ່ຂະແໜງການຄ້າ, ການລົງທຶນ; ຕັ້ງໜ້າສະໜັບສະໜູນບົດບາດຂອງກັນບົນເວທີຫຼາຍຝ່າຍ ແລະ ກົນໄກຮ່ວມມືລະຫວ່າງລັດຖະສະພາສາກົນ; ເພີ່ມທະວີການພົວພັນແລກປ່ຽນປະຊາຊົນ…ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ກໍສະເໜີໃຫ້ສອງຝ່າຍ ສືບຕໍ່ເພີ່ມທະວີການເຊື່ອມຕໍ່ລະຫວ່າງສອງພື້ນຖານເສດຖະກິດ; ພ້ອມທັງປາດຖະໜາວ່າ ສ.ເກົາຫຼີ ຈະສ້າງເງື່ອນໄຂສະດວກໃຫ້ແກ່ສິນຄ້າ ຫວຽດນາມ, ມຸ່ງໄປເຖິງການບັນລຸໄດ້ເປົ້າໝາຍວົງເງິນການຄ້າສອງສົ້ນບັນລຸ 100 ຕື້ USD; ພ້ອມທັງ ສະແດງຄວາມຂອບອົກຂອບໃຈຕໍ່ ສ.ເກົາຫຼີ ທີ່ໄດ້ໃຫ້ການຊ່ວຍເຫຼືອປະຊາຊົນ ຫວຽດນາມ ໃນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19.
(ແຫຼ່ງຄັດຈາກ VOV)