• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການສົ່ງອອກສິນໃນນ້ຳສືບຕໍ່ເຕີບໂຕເປັນຢ່າງດີ

ສິນຄ້າ 2 ປະເພດສົ່ງອອກຕົ້ນຕໍ ສົ່ງຄື ກຸ້ງ ແລະ ປາຫູໝາດ ລ້ວນແຕ່ມີການເຕີບໂຕສູງຢູ່ຫຼາຍຕະຫຼາດ ຍ້ອນມີຄວາມຕ້ອງການເພີ່ມຂຶ້ນ ແລະ ລາຄາສົ່ງອອກດີ. ຈີນ ແລະ ອາເມລິກາແມ່ນສອງຕະຫຼາດທີ່ມີການເຕີບໂຕ 3 ຕົວເລກ, ທີ່ດີທີ່ສຸດໃນ 4 ເດືອນຕົ້ນປີນີ້.
  (ພາບປະກອບ: TTXVN)  

 ຕາມຂໍ້ມູນຂອງສະມາຄົມປຸງແຕ່ງ ແລະ ສົ່ງອອກ ສິນໃນນ້ຳ ຫວຽດນາມ (VASEP), ໃນເດືອນ ເມສາ 2022.  ການສົ່ງອອກສີນທະເລສືບຕໍ່ບັນລຸກວ່າ 1 ຕື້ USD ດ້ວຍລະດັບເຕີບໂຕສູງຄື 41% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021 ຄາດຄະເນວ່າຜົນໄດ້ຮັບໃນການສົ່ງອອກສິນໃນນ້ຳ ໃນ 04 ເດືອນຕົ້ນປີຈະບັນລຸເກືອບ 3,6 ຕື້ USD, ເພີ່ມຂຶ້ນ 44,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ.ໃນນັ້ນ, ສິນຄ້າ 2 ປະເພດສົ່ງອອກຕົ້ນຕໍ ສົ່ງຄື ກຸ້ງ ແລະ ປາຫູໝາດ ລ້ວນແຕ່ມີການເຕີບໂຕສູງຢູ່ຫຼາຍຕະຫຼາດ ຍ້ອນມີຄວາມຕ້ອງການເພີ່ມຂຶ້ນ ແລະ ລາຄາສົ່ງອອກດີ. ຈີນ ແລະ ອາເມລິກາແມ່ນສອງຕະຫຼາດທີ່ມີການເຕີບໂຕ 3 ຕົວເລກ, ທີ່ດີທີ່ສຸດໃນ 4 ເດືອນຕົ້ນປີນີ້.

ໃນ 4 ເດືອນຜ່ານມາ ການສົ່ງອອກສິນໃນນ້ຳໄປຍັງ EU, ຍີ່ປຸ່ນ, ສ.ເກົາຫຼີ ແລະ ຕະຫຼາດອື່ນໆລ້ວນແຕ່ຮັບຮູ້ການເພີ່ມຂຶ້ນເປັນສອງຕົວເລກ. ເຖິງຢ່າງໃດກໍຕາມ, ຕາມກຳນົດຂອງ VASEP ແລ້ວ, ອາເມລິກາ ແລະ ຈີນ ຈະສືບຕໍ່ຕັດສິນກ່ຽວກັບລະດັບການເຕີບໂຕຂອງການສົ່ງອອກສິນທະເລຂອງຫວຽດນາມ ໃນຊຸມເດືອນທີ່ຈະມາເຖິງ. ຄາດຄະເນວ່າການສົ່ງອອກສີນທະເລໃນໄຕມາດທີ 2 ຈະບັນລຸ 2,8-3 ຕື້ USD, ເພີ່ມຂຶ້ນປະມານ 36-38% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021.  

(ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top