• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການຢ້ຽມ​ຢາມ ຝ​ລັ່ງ ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິງ​ຈິງ ໝັ້ນ​ໝາຍ​ວ່າ ຈະ​ບັນ​ລຸ​ໄດ້​ໝາກ​ຜົນ​ສຳ​ຄັນ​ຫຼາຍ​ຢ່າງ​ໃນ​ການ​ຮ່ວມ​ມື

ທ່ານ ເອກອັກຄະລັດຖະທູດ ດິງຕວ່ານຖັງ ຊີ້ແຈ້ງວ່າ: ນີ້ແມ່ນການຢ້ຽມຢາມທີ່ມີຄວາມໝາຍສຳຄັນ, ເພື່ອແນໃສ່ຊຸກຍູ້ການພົວພັນລະຫວ່າງ ຫວຽດນາມ ແລະ ຝລັ່ງ ໃຫ້ກ້າວເຂົ້າສູ່ລວງເລິກ ແລະ ມີປະສິດທິຜົນກວ່າອີກໃນທຸກຂົງເຂດ.
ທ່ານ ເອກອັກຄະລັດຖະທູດ ດິງຕວ່ານຖັງ 

ພາຍຫຼັງການຜັນຂະຫຍາຍສັນຍາຄູ່ຮ່ວມມືຍຸດທະສາດ ຝລັ່ງ - ຫວຽດນາມ ມາໄດ້ 8 ປີ ແລະ ສັນຍາການຄ້າເສລີ EVFTA ໄດ້ 01 ປີ, ໃນສະພາບການໃໝ່ຫຼັງໂລກລະບາດໂຄວິດ - 19, ການຢ້ຽມຢາມ ຝລັ່ງ - ເຊິ່ງແມ່ນການຢ້ຽມຢາມສອງຝ່າຍຄັ້ງທຳອິດຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໃນລະຫວ່າງວັນທີ 03 – 05 ພະຈິກ ມີຄວາມໝາຍພິເສດ, ໝັ້ນໝາຍວ່າຈະບັນລຸໄດ້ໝາກຜົນສຳຄັນຫຼາຍຢ່າງໃນການຮ່ວມມື ແລະ ຈະສ້າງພື້ນຖານໃຫ້ແກ່ໂຄງການ, ແຜນການຮ່ວມມືຢ່າງລະອຽດ ລະຫວ່າງສອງຝ່າຍ ໃນອະນາຄົດ. ນີ້ແມ່ນຄຳຢືນຢັນຂອງທ່ານ ດິງຕວ່ານຖັງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສສ. ຫວຽດນາມ ປະຈຳ ຝລັ່ງ ໃນການແລກປ່ຽນກັບນັກຂ່າວ VOV.

        ເມື່ອເນັ້ນໜັກເຖິງຂອບຂະໜາດ, ຄວາມໝາຍທາງດ້ານການເມືອງກ່ຽວກັບການຢ້ຽມຢາມ ຝລັ່ງ ຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ທ່ານ ເອກອັກຄະລັດຖະທູດ ດິງຕວ່ານຖັງ ຊີ້ແຈ້ງວ່າ: ນີ້ແມ່ນການຢ້ຽມຢາມທີ່ມີຄວາມໝາຍສຳຄັນ, ເພື່ອແນໃສ່ຊຸກຍູ້ການພົວພັນລະຫວ່າງ ຫວຽດນາມ ແລະ ຝລັ່ງ ໃຫ້ກ້າວເຂົ້າສູ່ລວງເລິກ ແລະ ມີປະສິດທິຜົນກວ່າອີກໃນທຸກຂົງເຂດ. ທ່ານກ່າວວ່າ:     

        “ໃນການຢ້ຽມຢາມຄັ້ງນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຈະມີການພົບປະເຈລະຈາກັບທ່ານ ນາຍົກລັດຖະມົນຕີ ຝລັ່ງ ແລະ ເຂົ້າພົບປະກັບການນຳຂັ້ນສູງຂອງ ຝລັ່ງ; ແລກປ່ຽນມາດຕະການເພີ່ມທະວີການຮ່ວມມືສອງປະເທດ; ມາດຕະການສົມທົບເພື່ອພ້ອມກັນຮັບມືກັບສິ່ງທ້າທາຍລວມໃນທົ່ວໂລກ; ພ້ອມກັນຮັກສາສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບຢູ່ພາກພື້ນ ແລະ ໃນໂລກ. ໃນໂອກາດຢ້ຽມຢາມຄັ້ງນີ້, ຈະມີຂໍ້ຕົກລົງສຳຄັນຫຼາຍສະບັບໄດ້ຮັບການລົງນາມໃນການຮ່ວມມືລະຫວ່າງກະຊວງ, ຂະແໜງການ, ການຮ່ວມມືດ້ານເສດຖະກິດ… ໃນນັ້ນ, ມີຂົງເຂດໜຶ່ງທີ່ສຳຄັນທີ່ສຸດ ທ່ານນາຍົກລັດຖະມົນຕີຈະໄດ້ແລກປ່ຽນກັບການນຳ ຝລັ່ງ ນັ້ນແມ່ນການຮ່ວມມືໃນຂົງເຂດສາທາລະນະສຸກ. ກ່ຽວກັບດ້ານເສດຖະກິດທ່ານນາຍົກລັດຖະມົນຕີຈະພົບປະກັບການນຳວິສາຫະກິດແຖວໜ້າຂອງ ຝລັ່ງ”.

        ທ່ານເອກອັກຄະລັດຖະທູດ ໃຫ້ຮູ້ວ່າ ໃນການຢ້ຽມຢາມ ຝລັ່ງຂອງທ່ານນາຍົກລັດຖະມົນຕີ, ການເຄື່ອນໄຫວກ່ຽວກັບວັກຊິນ, ແລກປ່ຽນບົດຮຽນ ຈະມີໝາກຜົນລະອຽດກວ່າອີກ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top