ທີ່ການແລກປ່ຽນກ່ຽວກັບການພົວພັນສອງຝ່າຍ, ນາຍົກລັດຖະມົນຕີສອງທ່ານໄດ້ເຫັນດີຊີ້ນຳບັນດາອົງການທີ່ກ່ຽວຂ້ອງສຸມກຳລັງຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງຢ່າງມີປະສິດທິຜົນ, ໃນນັ້ນ ມີໝາກຜົນການພົບປະລະຫວ່າງສອງກົມການເມືອງ ແລະ ກອງປະຊຸມຄັ້ງທີ 47 ຄະນະກຳມະການຮ່ວມມືທະວີພາສີ ລະຫວ່າງລັດຖະບານ ຫວຽດນາມ - ລາວ; ສືບຕໍ່ເພີ່ມທະວີ, ປັບປຸງການພົວພັນດ້ານການເມືອງ, ຄວາມໄວ້ເນື້ອເຊື່ອໃຈແບບພິເສດ; ການຮ່ວມມືດ້ານປ້ອງກັນຊາດ - ປ້ອງກັນຄວາມສະຫງົບຮັບປະກັນຄວາມສະຫງົບປອດໄພ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ; ການນຳສອງທ່ານເຫັນດີເພີ່ມທະວີບັນດາມາດຕະການຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ; ສ້າງບາດກ້າວບຸກທະລຸມຸ່ງໄປເຖິງການບັນລຸໄດ້ວົງເງິນການຄ້າສອງຝ່າຍ 5 ຕື້ USD; ເພີ່ມທະວີການເຊື່ອມຕໍ່ສອງພື້ນຖານເສດຖະກິດຢ່າງຮອບດ້ານ, ພິເສດແມ່ນພື້ນຖານໂຄງລ່າງ, ຄົມມະນາຄົມ, ການລົງທຶນ, ການທ່ອງທ່ຽວ.
ກໍໃນຕອນເຊົ້າວັນທີ 16 ເມສາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ກໍໄດ້ພົບປະກັບທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝີ້ນ. ທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ຕີລາຄາສູງບົດບາດຂອງ ຫວຽດນາມ ໃນການຈັດຕັ້ງກອງປະຊຸມສຸດຍອດ P4G ຄັ້ງນີ້.