• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການພົວພັນ ຫວຽດນາມ ແລະ ກຳປູເຈຍ ຈະນັບມື້ນັບພັດທະນາຢ່າງດີງາມ, ຍາວນານ

      ໂດຍສືບຕໍ່ການຢ້ຽມຢາມ ລາຊາອານາຈັກ ກຳປູເຈຍ, ໃນຕອນເຊົ້າວັນທີ 22 ທັນວາ ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ໄດ້ເດີນທາງໄປຢ້ຽມຢາມ ພະພິກຂຸໃຫຍ່ Tep Vong ຢູ່ວັດ Unnalom ແລະ ພະພິກຂຸໃຫຍ່ Bour Kry ຢູ່ວັດ Svay Pope
ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ແລະ ພະພິກຂຸໃຫຍ່ Bour Kry ຢູ່ວັດ Svay Pope (ພາບ: TTXVN)
      ຝາກຄຳຢ້ຽມຢາມຖາມຂ່າວເຖິງບັນດາພະສົງ, ສຳມະເນນ, ພຸດທະສາສະນິກະຊົນ ກຳປູເຈຍ ທຸກຖ້ວນໜ້າ, ທ່ານປະທານປະເທດ ຫວຽດນາມ ໄດ້ເນັ້ນໜັກວ່າໃນການຢ້ຽມຢາມ ກຳປູເຈຍ ຂອງຄະນະຜູ້ແທນຂັ້ນສູງ ຫວຽດນາມ ໃນຄັ້ງນີ້ແມ່ນເພື່ອປະກອບ ສ່ວນເພີ່ມທະວີການພົວພັນ “ຖານບ້ານໃກ້ເຮືອນຄຽງອັນດີງາມ ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ໝັ້ນຄົງຍາວນານ” ລະຫວ່າງ ຫວຽດນາມ ແລະ ກຳປູເຈຍ.
            ເນື່ອໃນໂອກາດນີ້, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ຂໍສະແດງຄວາມຂອບໃຈຕໍ່ຜູ້ມີຍົດສັກຕຳແໜ່ງທາງສາສະໜາພຸດ ແລະ ນັກບວດທຸກຖ້ວນໜ້າຂອງກຳປູເຈຍ ທີ່ໄດ້ໃຫ້ການຊ່ວຍເຫຼືອ ຫວຽດນາມ ໃນຊຸມເດືອນປີແຫ່ງການຕໍ່ສູ້ເພື່ອພື້ນຖານເອກກະລາດຂອງຊາດ, ກໍ່ຄືກິດຈະການສ້າງສາປະເທດຊາດໃນປັດຈຸບັນ. ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ເຊື່ອໝັ້ນວ່າການພົວພັນລະຫວ່າງ 2 ປະເທດຈະ ນັບມື້ນັບພັດທະນາຢ່າງດີງາມ, ຍາວນານ.
            ພະພິກຂຸໃຫຍ່ Tep Vong ແລະ ພະພິກຂຸໃຫຍ່ Bour Kry ຍິນດີຕ້ອນຮັບ ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ທີ່ມາຢ້ຽມຢາມ ປະເທດກຳປູເຈຍ, ໄດ້ນຳເອົານ້ຳໃຈສາມັກຄີ, ມິດຕະພາບທີ່ດີງາມຂອງປະຊາຊົນ ຫວຽດນາມ ມາໃຫ້ປະຊາຊົນ ແລະ ວົງການພຸດທະສາສະໜາ ກຳປູເຈຍ.
 (ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຊອ​ກ​ຫາ​ໄມ້​ງັດ​​ຊຸກ​ຍູ້, ບ​ອ​ນ​ອີ່ງ​ເພື່ອ​ໃຫ້​ແຂວງ​ທ້າຍ​ບິ່ງ​ເພີ່ມ​ທະ​ວີ​ຄວາມ​ໄວ, ບຸກ​ທະ​ລຸ​ໃນ​ໄລ​ຍະ​ຈະ​ມາ​ເຖິງ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຊອ​ກ​ຫາ​ໄມ້​ງັດ​​ຊຸກ​ຍູ້, ບ​ອ​ນ​ອີ່ງ​ເພື່ອ​ໃຫ້​ແຂວງ​ທ້າຍ​ບິ່ງ​ເພີ່ມ​ທະ​ວີ​ຄວາມ​ໄວ, ບຸກ​ທະ​ລຸ​ໃນ​ໄລ​ຍະ​ຈະ​ມາ​ເຖິງ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕັກເຕືອນແຂວງທ້າຍບິ່ງຕ້ອງຄົ້ນຄ້ວາ, ຂຸດຄົ້ນທີ່ດິນຢ່າງມີປະສິດທິຜົນ, ເຮັດໃຫ້ໃໝ່ບັນດາກຳລັງໜູນເຕີບໂຕທີ່ມີຢູ່ແລ້ວ.

Top