• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການພົວພັນຫວຽດນາມ-ກຳປູເຈຍຈະພັດທະນາຂຶ້ນສູ່ລະດັບສູງໃໝ່

ຕອນຄ່ຳວັນທີ 25 ກຸມພາ, ພະບາດສົມເດັດພະບໍລົມມະນຽດ Norodom Sihamoni ໄດ້ຈັດງານລ້ຽງຢູ່ພະລາຊະວັງ, ຂ່ຳນັບຮັບຕ້ອນທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຟຸຈ້ອງ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ ໄປຢ້ຽມຢາມທາງລັດຖະກິດຢູ່ປະເທດລາຊະອານາຈັກກຳປູເຈຍ.


(ງານລ້ຽງຢູ່ພະລາຊະວັງ, ຂ່ຳນັບຮັບຕ້ອນທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຟຸຈ້ອງ

ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ)

ໃນສູນທອນພົດຂ່ຳນັບຮັບຕ້ອນ, ພະບາດສົມເດັດພະບໍລົມມະນຽດ Norodom Sihamoni ເຊື່ອໝັ້ນວ່າ ການຢ້ຽມຢາມຂອງທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟຸຈ້ອງ ຈະປະກອບສ່ວນສຳຄັນເຂົ້າໃນການປັບປຸງ, ເພີ່ມທະວີສາຍພົວພັນມິດຕະພາບອັນດີງາມ ແລະ ພາລະກິດຮ່ວມມືຢ່າງຕັ້ງໜ້າໃນທຸກຂົງເຂດ, ແຕກດອກອອກຜົນລະຫວ່າງກຳປູເຈຍ ແລະ ຫວຽດນາມ. ພະບາດສົມເດັດພະບໍລົມມະນຽດ Norodom Sihamoni ເຊື່ອໝັ້ນວ່າ, ບາດກ້າວເດີນພັດທະນາຂອງກຳປູເຈຍ ທີ່ໄດ້ຮັບຜົນສຳເລັດອັນດີງາມນັ້ນ ລ້ວນແຕ່ມີການໜູນຊ່ວຍ, ຊ່ວຍເຫຼືອ, ການສະໜັບສະໜູນຈາກບັນດາປະເທດໃນໂລກ, ໃນນັ້ນມີຫວຽດນາມ ທີ່ໄດ້ຊ່ວຍເຫຼືອປະເທດກຳປູເຈຍ ນັບທັງໃນໄລຍະປະສົບກັບຄວາມຫຍຸ້ງຍາກ ກໍ່ຄືໃນໄລຍະສັນຕິພາບ.

        ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟູຈ້ອງ ໃຫ້ຮູ້ວ່າ.

        “ຫວຽດນາມ ແລະ ກຳປູເຈຍ ແມ່ນ 2 ປະເທດຖານບ້ານໃກ້ເຮືອນຄຽງທີ່ໃກ້ຊິດສະໜິດສະໜົມ, ປະຊາຊົນ 2 ປະເທດມີການພົວພັນທີ່ເປັນມູນເຊື້ອມາແຕ່ດົນນານ, ຍາມໃດກໍ່ສະໜິດຕິດພັນ, ຮ່ວມທຸກຮ່ວມສຸກນຳກັນ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນພາລະກິດປົກປັກຮັກສາ, ສ້າງສາ ແລະ ພັດທະນາຂອງແຕ່ລະປະເທດ. ສາຍພົວພັນລະຫວ່າງຫວຽດນາມ - ກຳປູເຈຍ ໄດ້ກາຍເປັນສັນຍາລັກທີ່ສັກກະລະບູຊາ, ແມ່ນຊັບສົມບັດອັນລ້ຳຄ່າຂອງ 2 ຊາດ; ມູນເຊື້ອອັນດີງາມນັ້ນ ກໍ່ໄດ້ວາງອອກຄວາມຮຽກຮ້ອງໃຫ້ແກ່ 2 ປະເທດຕ້ອງພ້ອມກັນຜ່ານຜ່າສິ່ງທົດສອບນາໆປະການ, ສືບຕໍ່ນຳການພົວພັນລະຫວ່າງຫວຽດນາມ - ກຳປູເຈຍ ໃຫ້ພັດທະນາຂຶ້ນສູ່ລະດັບສູງໃໝ່ຢ່າງບໍ່ຢຸດຢັ້ງ, ເພື່ອການພັດທະນາຢ່າງວັດທະນາຖາວອນຂອງແຕ່ລະປະເທດ; ທັງນັ້ນກໍ່ແມ່ນໜ້າທີ່ຄວາມຮັບຜິດຊອບຂອງລຸ້ນປະຈຸບັນ, ທັງແມ່ນຄວາມຮຽກຮ້ອງ, ວາງອອກໃຫ້ແກ່ຄົນລຸ້ນຫຼັງຂອງທັງ 2 ປະເທດ”.

(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top