• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການພົວພັນລະຫວ່າງ ຈີນ - ອາເມລິກາ ພວມຫຼົງທິດ

      ການພົວພັນລະຫວ່າງ ຈີນ - ອາເມລິກາ ພວມຫຼົງທິດນີ້ ແມ່ນຄໍາສັງເກດຂອງທ່ານ ໄຈວແທນຂ໋າຍ, ເອກອັກຄະລັດຖະທູດ ຈີນ ປະຈໍາ ອາເມລິກາ ໃນການຕອບສໍາພາດຕໍ່ນັກຂ່າວຊອ່ງໂທລະພາບ CCTV ຫວ່າງມໍ່ໆມານີ້.

ທ່ານ ໄຈວແທນຂ໋າຍ, ເອກອັກຄະລັດຖະທູດ ຈີນ ປະຈໍາ ອາເມລິກາ (ພາບ: Reuters)
      ລະອຽດ, ທ່ານ ໄຈວແທນຂ໋າຍ ຕີລາຄາວ່າ ປັດຈຸບັນການພົວພັນລະຫວ່າງ ຈີນ - ອາເມລິກາ ບໍ່ແມ່ນ “ຢຸດສະງັກ” ຫຼືວ່າ ຢຸດຕິແຕ່ຢ່າງໃດ ເຊິ່ງມັນພຽງແຕ່ພວມໄປຫຼົງທິດເທົ່ານັ້ນ. ສິ່ງທີ່ສອງຝ່າຍຕ້ອງເຮັດແມ່ນສະກັດກັ້ນໃຫ້ການຫຼົງທິດທີ່ນັບມື້ນັບແກ່ຍາວນີ້ ຊໍ້າບໍ່ໜໍາແມ່ນຕົກເຂົ້າສູ່ລະດັບ “ຖືກກັບດັກ” ຄືຫຼາຍຄົນໄດ້ເຕື້ອງເຖິງ. ເລື່ອງເລີ່ມດໍາເນີນ ແລະ ເປີດຊ່ອງເຈລະຈາລະຫວ່າງສອງຝ່າຍຄືນໃໝ່ແມ່ນຈໍາເປັນທີ່ສຸດ, ເຖິງຢ່າງໃດກໍຕາມ ຕ້ອງປະຕິບັດຄືແນວໃດ ແມ່ນສິ່ງທີ່ສອງຝ່າຍຕ້ອງພິຈາລະນາ.
        ການພົວພັນລະຫວ່າງ ຈີນ - ອາເມລິກາ ໃນປັດຈຸບັນ ແມ່ນກ້າວເດີນຢ່າງຖືກຕ້ອງຕາມວົງໂຄຈອນຫຼືບໍ່, ຖ້າຖືກຕ້ອງນັ້ນ ການແມ່ນຕ້ອງເພີ່ມຄວາມໄວແມ່ນສິ່ງທີ່ດີທີ່ສຸດ, ຖ້າຫຼົງທິດແມ່ນຕ້ອງຢຽບເບກໄວ້, ການຢຽບເບກນີ້ບໍ່ແມ່ນວ່າເພື່ອເຮັດໃຫ້ການພົວພັນລະຫວ່າງສອງຝ່າຍຖືກຢຸດຕິງ ແຕ່ແມ່ນການສືບຕໍ່ຊ່ວຍນໍາການພົວພັນກັບຄືນສູ່ວົງໂຄຈອນທີ່ຖືກຕ້ອງ”.
        ການພົວພັນລະຫວ່າງ ອາເມລິກາ - ຈີນ ໃນໄລຍະມໍ່ໆມານີ້ ສືບຕໍ່ມີການຜັນແປຕາມທິດຊົ່ວຮ້າຍລົງ, ການແກ້ງແຍ້ງຍຸດທະສາດລະຫວ່າງສອງຝ່າຍສືບຕໍ່ເກີດຂຶ້ນຢ່າງເຄັ່ງຮ້ອນໃນຫຼາຍຂົງເຂດ, ມີຂໍ້ສັງເກດຫຼາຍຢ່າງຖືວ່າ, ການພົວພັນລະຫວ່າງ ຈີນ - ອາເມລິກາ ພວມຢູ່ໃນລະດັບຕໍ່າສຸດ ນັບແຕ່ເມື່ອສ້າງຕັ້ງການພົວພັນທາງການທູດຈົດມາຮອດປັດຈຸບັນ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ປະ​ຕິ​ບັດ​ສົນ​ທິ​ສັນ​ຍາ ICCPR

ຫວຽດ​ນາມ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ປະ​ຕິ​ບັດ​ສົນ​ທິ​ສັນ​ຍາ ICCPR

ໃນໄລຍະຜ່ານມາ ຫວຽດນາມ ຍາມໃດກໍ່ຢຶດໝັ້ນກັບນະໂຍບາຍການຕ່າງປະເທດເປັນເອກະລາດ, ເປັນເຈົ້າຕອນເອງ, ສັນຕິພາບ, ການຮ່ວມມື ແລະ ພັດທະນາ, ເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ, ເລິກເຊິ່ງ.

Top