• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການພົວພັນມິດຕະພາບຫວຽດນາມ - ໂຮນລັງ ພວມພັດທະນາອັນດີງາມໃນທຸກຂົງເຂດ

ການຮ່ວມມືສອງຝ່າຍໃນຕະຫຼອດໄລຍະ 45 ປີຜ່ານມາ ພວມພັດທະນາໃນທຸກຂົງເຂດໄດ້ເປັນຢ່າງດີ

ທ່ານນາງ ປະທານສະພາຕ່ຳ ລາຊະອານາຈັກ ໂຮນລັງ Khadija Arib  
ຕ້ອນຮັບທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ (ພາບ: vov)

ຕອນເຊົ້າວັນທີ 27 ມີນາ (ຕາມເວລາທ້ອງຖິ່ນ), ທີ່ສຳນັກງານ ສະພາຕ່ຳ ໂຮນລັງ ຢູ່ນະຄອນ The Hague, ທ່ານນາງ ປະທານສະພາຕ່ຳ ລາຊະອານາຈັກ ໂຮນລັງ Khadija Arib ເປັນປະທານພິທີຕ້ອນຮັບທ່ານນາງ ປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ຢ້ຽມຢາມໂຮນລັງຢ່າງເປັນທາງການ. ພາຍຫຼັງພິທີຕ້ອນຮັບ, ສອງຝ່າຍໄດ້ດຳເນີນການເຈລະຈາ.

ທີ່ການເຈລະຈາ, ການນຳສອງປະເທດໄດ້ຕີລາຄາສູງການພົວພັນມິດຕະພາບ ແລະ ການຮ່ວມມືສອງຝ່າຍໃນຕະຫຼອດໄລຍະ 45 ປີຜ່ານມາ ພວມພັດທະນາໃນທຸກຂົງເຂດໄດ້ເປັນຢ່າງດີ. ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ເນັ້ນໜັກວ່າ ການຢ້ຽມຢາມຄັ້ງນີ້ໄດ້ດຳເນີນໃນສະພາບການທີ່ສອງປະເທດພວມສະເຫຼີມສະຫຼອງ 45 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະມຸ່ງໄປເຖິງການຍົກການພົວພັນຄູ່ຮ່ວມມືຍຸດທະສາດຂະແໜງໃນປັດຈຸບັນໃຫ້ກາຍເປັນລະດັບຄູ່ຮ່ວມມືຍຸດທະສາດຮອບດ້ານ. ສະນັ້ນ, ການຢ້ຽມຢາມຄັ້ງນີ້ ຈະປະກອບສ່ວນເຮັດໃຫ້ການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງຫວຽດນາມ ແລະ ໂຮນລັງເວົ້າລວມ, ລະຫວ່າງສະພາແຫ່ງຊາດຫວຽດນາມ ແລະ ລັດຖະສະພາໂຮນລັງເວົ້າສະເພາະ ນັບມື້ນັບເລິກເຊິ່ງກວ່າ, ເປີດບັນດາແງ່ຫວັງໃໝ່ໃນການຮ່ວມມືຂອງການພົວພັນສອງຝ່າຍ, ກໍຄືການຮ່ວມມືລະຫວ່າງຫວຽດນາມ ແລະ ອາຊຽນ ກັບ ສະຫະພາບເອີລົບ.

ເມື່ອແລກປ່ຽນກ່ຽວກັບການຮ່ວມມື 2 ຝ່າຍ ແລະ ຫຼາຍຝ່າຍ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ປາດຖະໜາວ່າ, ໂຮນລັງ ອອກສຽງສະໜັບສະໜູນກ່ຽວກັບບັນຫາທະເລຕາເວັນອອກ, ຮຽກຮ້ອງຢຸດຕິບັນດາການກະທຳລະເມີດກົດໝາຍສາກົນໂດຍທັນທີ, ບໍ່ມີການກະທຳກໍ່ຄວາມສັບສົນ, ແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວິທີ, ເຂັ້ມງວດ ແລະ ປະຕິບັດຕາມກົດໝາຍສາກົນ, ໂດຍສະເພາະແມ່ນສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982, ກໍຄືຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC). 2 ຝ່າຍກໍ່ເຫັນດີເພີ່ມທະວີການຮ່ວມມືຢ່າງລະອຽດໃນບັນດາຂົງເຂດໃໝ່ຄື: ສິ່ງແວດລ້ອມ, ກະສິກຳ, ວັດທະນະທຳ, ທ່ອງທ່ຽວ…

        ກ່ຽວກັບການຮ່ວມມືລະຫວ່າງລັດຖະສະພາ 2 ປະເທດ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ແລະ ປະທານສະພາຕ່ຳແຫ່ງລາຊະອານາຈັກໂຮນລັງ Khadija Ari ໄດ້ເຫັນດີນຳກັນວ່າ ໃນໄລຍະຈະມາເຖິງ 2 ຝ່າຍສືບຕໍ່ແລກປ່ຽນຄະນະຜູ້ແທນທຸກຂັ້ນ; ສືບຕໍ່ສົມທົບກັນຢູ່ບັນດາເວທີປາໄວຫຼາຍຝ່າຍຢ່າງແໜ້ນແຟ້ນ; ສົມທົບກັນຕິດຕາມກວດກາການປະຕິບັດບັນດາຂໍ້ຕົກລົງເຊິ່ງລັດຖະບານ 2 ປະເທດໄດ້ລົງນາມແລ້ວ, ແລກປ່ຽນຂໍ້ມູນຂ່າວສານກ່ຽວກັບການເຄື່ອນໄຫວລັດຖະສະພາຂອງແຕ່ລະປະເທດ. 2 ຝ່າຍກໍ່ເຫັນດີນຳກັນພິຈາລະຈາເລື່ອງສ້າງຕັ້ງກຸ່ມສະມາຊິກລັດຖະສະພາ ເພື່ອສ້າງກົນໄກແລກປ່ຽນ, ຮ່ວມມືລະຫວ່າງສະມາຊິກລັດຖະສະພາຂອງ 2 ປະເທດ.

(ແຫຼ່ງຄັດຈາກ VOV)


ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top