• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຫລາຍດ້ານລະຫວ່າງ ຫວຽດນາມ - ເຊັກໂກ

      ຕອນຄ່ຳວັນທີ 07 ມິຖຸນາ ຢູ່ຮ່າໂນ້ຍ ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ແລະ ພັນລະຍາ ເປັນປະທານງານລ້ຽງຂ່ຳນັບຮັບຕ້ອນທ່ານປະທານາທິບໍດີ ເຊັກໂກ Milos Zeman ແລະ ພັນລະຍາ 

ທ່ານປະທານປະເທດ ເຈີ່ນດ້າຍກວາງ ແລະ ທ່ານປະທານາທິບໍດີ ເຊັກໂກ Milos Zeman 
      ພ້ອມດ້ວຍຄະນະຜູ້ແທນຂັ້ນສູງທີ່ພວມມີການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ.  ກ່າວຄຳເຫັນນະທີ່ນີ້ ທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ຫວນຄືນບັນດາຈຸດພົ້ນເດັ່ນໃນການພົວພັນ ຫວຽດນາມ - ສ.ເຊັກໂກ ໃນ 67 ປີຜ່ານມາ; ເຊື່ອໝັ້ນວ່າ ໃນໄລຍະຈະມາເຖິງ, ການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຫລາຍດ້ານລະຫວ່າງ ຫວຽດນາມ ແລະ ສ.ເຊັກໂກ ຈະນັບມື້ນັບພັດທະນາຢ່າງເລິກເຊິ່ງກ້ວາງຂວາງ ແລະ ມີປະສິດທິຜົນ, ເພື່ອຜົນປະໂຫຍດຂອງປະຊາຊົນ 2 ປະເທດ, ເພື່ອສັນຕິພາບ, ການຮ່ວມມືຢູ່ພາກພື້ນ ແລະ ໃນໂລກ. ສ່ວນທ່ານປະທານາທິບໍດີ Milos Zeman ອວຍພອນໃຫ້ປະເທດຊາດ ແລະ ປະຊາຊົນ ຫວຽດນາມ ມີອະນາຄົດພັດທະນາ, ໃນຄວາມດຸ່ນດ່ຽງລະຫວ່າງການພັດທະນາມະນຸດ ແລະ ການພັດທະນາວິທະຍາສາດ - ເຕັກນິກ.

ທ່ານນາງ ຫງວຽນທິກີມເງິນ ໄດ້ພົບປະກັບ ທ່ານ Milos Zeman
        ກ່ອນໜ້ານັ້ນ, ໃນວັນດຽວກັນ, ທີ່ສຳນັກງານສະພາແຫ່ງຊາດ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກີມເງິນ ໄດ້ພົບປະກັບທ່ານປະທານາທິບໍດີ ເຊັກໂກ Milos Zeman. ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ປາດຖະໜາໃນໄລຍະຈະມາເຖິງ, ສະພາແຫ່ງຊາດ ຫວຽດນາມ ແລະ ສະພາສູງ, ສະພາຕ່ຳ ສ.ເຊັກໂກ ສືບຕໍ່ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສ 2 ຝ່າຍ ແລະ ຫລາຍຝ່າຍ. 
(ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top