• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການພົວພັນທາງການທູດ ຫວຽດນາມ - ລາວ ພັດທະນາຢ່າງບໍ່ຢຸດຢັ້ງ

ສຳລັບປະເທດ ລາວ ແລ້ວ, ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດ ລາວ ຍາມໃດກໍ່ຖືນ້ຳໃຈສາມັກຄີທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມສຳພັນສູ້ຮົບກັບພັກກອມມູນິດ ຫວຽດນາມ, ກອງທັບ ແລະ ປະຊາຊົນ ຫວຽດນາມ ແມ່ນກຳລັງແຮງຕັດສິນທຸກໄຊຊະນະຂອງຕົນ.
  (ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ)  

ຫວຽດນາມ ແລະ ລາວ ແມ່ນ 2 ປະເທດຖານບ້ານໃກ້ເຮືອນຄຽງ, ມີສາຍພູ, ສາຍນ້ຳຕິດຈອດກັນ, ປະຊາຊົນ 2 ປະເທດ ໄດ້ດຳລົງຊີວິດຢູ່ຮ່ວມກັນຢ່າງສັນຕິສຸກມາແຕ່ດົນນານ. 2 ປະເທດໄດ້ຕົກຢູ່ໃນຊາຕະກຳອັນດຽວກັນ ຄື: ປະເທດຊາດສູນເສຍເອກະລາດ, ປະຊາຊົນຖືກກົດຂີ່ຂູດຮີດ ພາຍໃຕ້ແອກປົກຄອງຂອງພວກລ່າເມື້ອງຂຶ້ນ, ຈັກກະພັດຕ່າງດ້າວ. ເມື່ອປະທານ ໂຮ່ຈີມິນ ຜູ້ຍິ່ງໃຫຍ່ ຜູ້ກໍ່ຕັ້ງ ພັກກອມມູນິດ ອິນດູຈີນ, ຕໍ່ມາແມ່ນພັກກອມມູນິດ ຫວຽດນາມ, ພັກປະຊາຊົນປະຕິວັດ ລາວ ແລະ ພັກປະຊາຊົນ ກຳປູເຈຍ ໄດ້ຮຽງບ່າຮຽງໄຫຼ່ກັນ ຕໍ່ສູ້ຕ້ານສັດຕູໂຕດຽວກັນ, ຍາດເອົາເອກະລາດແຫ່ງຊາດ ແລະ ສິດເສລີພາບມາໃຫ້ປະຊາຊົນ 3 ຊາດ ອິນດູຈີນ ຢ່າງສົມບູນ.

ສຳລັບປະເທດ ລາວ ແລ້ວ, ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດ ລາວ ຍາມໃດກໍ່ຖືນ້ຳໃຈສາມັກຄີທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມສຳພັນສູ້ຮົບກັບພັກກອມມູນິດ ຫວຽດນາມ, ກອງທັບ ແລະ ປະຊາຊົນ ຫວຽດນາມ ແມ່ນກຳລັງແຮງຕັດສິນທຸກໄຊຊະນະຂອງຕົນ. ຈາກນັ້ນ, ນ້ຳໃຈມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ປະເທດ ຫວຽດນາມ - ລາວ, ລາວ - ຫວຽດນາມ, ໄດ້ຮັບການສ້າງຕັ້ງຈົນມາຮອດປະຈຸບັນ.

ນ້ຳໃຈມິດຕະພາບ, ຄວາມສາມັກຄີ ແລະ ການຮ່ວມມືລະຫວ່າງ ຫວຽດນາມ ແລະ ລາວ  ມີທັງນ້ຳໃຈເພື່ອນມິດສະຫາຍ, ອ້າຍນ້ອງທີ່ໃກ້ຊິດສະໜິດສະໜົມ ແລະ ນ້ຳໃຈສາມັກຄີຕິດພັນຢ່າງແໜ້ນແຟ້ນ... ທັງໝົດເຫຼົ່ານັ້ນ ໄດ້ກາຍເປັນນ້ຳໃຈມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານຈະຍືນຍົງຄົງຕົວກັບປະຊາຊົນ 2 ປະເທດຕະຫຼອດໄປ. ເພື່ອແນໃສ່ຊ່ວຍໃຫ້ສາຍພົວພັນທີ່ຫາຍາກສາມາດສືບຕໍ່ຍືນຍົງຄົງຕົວ, ພັດທະນາ. ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ຖືວ່າ: ລາວ - ຫວຽດນາມ ຈະສືບຕໍ່ສະໜັບສະໜູນ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ສ້າງທຸກເງື່ອນໄຂສະດວກໃຫ້ແກ່ກັນ ເພື່ອພ້ອມກັນພັດທະນາເສດຖະກິດ - ສັງຄົມຢູ່ແຕ່ລະປະເທດ; ຂຸດຄົ້ນບັນດາກຳລັງແຮງ, ຄວາມສາມາດບົ່ມຊ້ອນ, ຈຸດພິເສດສະເພາະຂອງແຕ່ລະປະເທດ ເພື່ອນຳມາເຊິ່ງບັນດາບາດກ້າວໃໝ່ ເພື່ອຜົນປະໂຫຍດຂອງປະຊາຊົນ 2 ປະເທດ

 ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານແມ່ນມູນເຊື້ອລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ປະເທດ ຫວຽດນາມ-ລາວ, ໂດຍລຸ້ນກ່ອນໆໄດ້ເພີ່ມພູນຄູນສ້າງ, ມາຮອດປະຈຸບັນຍັງໄດ້ຮັບການເພີ່ມທະວີ, ພັດທະນາ, ນຳມາເຊິ່ງຜົນປະໂຫຍດຢ່າງແທດຈິງໃຫ້ແກ່ປະຊາຊົນ 2 ປະເທດ.

ລຸ້ນໜຸ່ມ 2 ປະເທດໃນທຸກວັນນີ້ ແມ່ນບັນດາຜູ້ສືບທອດປະຫວັດສາດແຫ່ງນ້ຳໃຈມິດຕະພາບ, ຄວາມສາມັກຄີອັນສັດຊື່ບໍລິສຸດລະຫວ່າງ 2 ຊາດ, ຮ່ວມແຮງຮ່ວມໃຈ, ສາມັກຄີກັນ ເພື່ອຕ້ານບັນດາກົນອຸບາຍ, ການກະທຳຂອງພວກປະຕິການ ຫວັງມ້າງທຳລາຍສາຍພົວພັນລະຫວ່າງ 2 ປະເທດ ແລະ ພ້ອມກັນປົກປ້ອງບັນດາຜົນງານປະຕິວັດ, ສ້າງສາ ແລະ ພັດທະນາປະເທດຊາດ ໃຫ້ນັບມື້ນັບຈະເລີນຮຸ່ງເຮືອງ, ເຂັ້ມແຂງ.

(ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີກະຊວງກະສິກຳສອງປະເທດສ້າງກຸ່ມປະຕິບັດງານຮ່ວມ, ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາຄຳໝັ້ນສັນຍາຂັ້ນສູງ, ລວມມີການເປີດຕະຫຼາດໃຫ້ຫຼາຍກ່ວາອີກເພື່ອໃຫ້ຜະລິດຕະພັນກະເສດທີ່ເປັນຂອງທ່າແຮງຂອງກັນ

Top