• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການພົບປະແລກປ່ຽນມິດຕະພາບປ້ອງກັນຊາດຊາຍແດນ ຫວຽດນາມ - ຈີນ ຄັ້ງທີ 6

ຫວຽດນາມ ແລະຈີນ ຈະເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອສືບຕໍ່ຮັກສາ, ເພີ່ມພູນຄູນສ້າງໃຫ້ສາຍພົວພັນການຮ່ວມມື ມິດຕະພາບ ລະຫວ່າງປະຊາຊົນ ແລະ ບັນດາກຳລັງປົກປັກຮັກສາຊາຍແດນສອງປະເທດ.
ທ່ານພົນໂທ ຟານວັນຢາງ ລັດຖະມົນຕີ ກະຊວງປ້ອງກັນປະເທດຫວຽດນາມ ພ້ອມດ້ວຍຄະນະປະຕິບັດງານ ຖ່າຍຮູບຢູ່ຫຼັກໝາຍ 1369 (ພາບ: TTXVN)

ວັນທີ 24 ເມສາ ຢູ່ ນະຄອນ ຕຸງຊິງ ແຂວງ ກວາງຊີ ປະເທດຈີນ ໄດ້ດຳເນີນການພົບປະແລກປ່ຽນປ້ອງກັນຊາດ ຊາຍແດນ ຫວຽດນາມ - ຈີນ ຄັ້ງທີ 6. ທ່ານພົນໂທ ຟານວັນຢາງ ລັດຖະມົນຕີ ກະຊວງປ້ອງກັນປະເທດຫວຽດນາມ ແລະ ພົນໂທ ເວີ້ຍເຟີ້ງເຮີ ລັດຖະມົນຕີ ກະຊວງປ້ອງກັນປະເທດ ຈີນ ເປັນປະທານຮ່ວມການເຄື່ອນໄຫວນີ້.

ກ່ອນຫນ້ານັ້ນ ຕອນເຊົ້າວັນທີ 24 ເມສາ ພິທິຕ້ອນຮັບຄະນະຜູ້ແທນ ກະຊວງປ້ອງກັນປະເທດ ຫວຽດນາມ ຢູ່ ດ່ານຊາຍແດນ ຕຸງຊິງ ໂດຍພົນໂທ ເວີ້ຍເຟີ້ງເຮີ ລັດຖະມົນຕີກະຊວງປອ້ງກັນປະເທດຈີນ ເປັນເຈົ້າພາບ.

ພາຍຫລັງພິທີຕ້ອນຮັບ, ສອງຝ່າຍໄດ້ດຳເນີນການເຈລະຈາ. ນະທີ່ນີ້ ສອງຝ່າຍ ຢືນຢັນ ການພົບປະແລກປ່ຽນ ບໍ່ພຽງແຕ່ປະກອບສ່ວນເພີ່ມທະວີການພົວພັນແລກປ່ຽນ, ເພີ່ມຄວາມເຂົ້າໃຈເຊິ່ງກັນ ແລະກັນ, ຫນູນຊ່ວຍກັນລະຫວ່າງ ອຳນາດການປົກຄອງ, ກອງທັບ ແລະ ປະຊາຊົນທ້ອງຖິ່ນສອງປະເທດເທົ່ານັ້ນ ຫາກຍັງໃຫ້ໂລກເຫັນໄດ້ຄວາມຕັດສິນໃຈ, ຄວາມສາມັກຄີມິດຕະພາບ ລະຫວ່າງສອງພັກ, ສອງລັດ ແລະ ກອງທັບສອງປະເທດອີກດ້ວຍ. ຫວຽດນາມ ແລະຈີນ ຈະເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອສືບຕໍ່ຮັກສາ, ເພີ່ມພູນຄູນສ້າງໃຫ້ສາຍພົວພັນການຮ່ວມມື ມິດຕະພາບ ລະຫວ່າງປະຊາຊົນ ແລະ ບັນດາກຳລັງປົກປັກຮັກສາຊາຍແດນສອງປະເທດ.

ພາຍຫລັງການເຈລະຈາ, ລັດຖະມົນຕີທັງສອງທ່ານ ເປັນສັກຂິພິຍານພິທີລົງນາມໃນບົດບັນທຶກຄວາມເຂົ້າໃຈກ່ຽວກັບເລື່ອງສືບຕໍ່ຜັນຂະຫຍາຍການຮ່ວມມືຄົ້ນຄ້ວາວິທະຍາສາດລະຫວ່າງ ສະຖາບັນຍຸດທະສາດປ້ອງກັນຊາດ ຂອງກະຊວງປ້ອງກັນປະເທດຫວຽດນາມ ແລະ ສະຖາບັນວິທະຍາສາດກອງທັບປົດປ່ອຍປະຊາຊົນຈີນ.

(ແຫຼ່ງຄັດຈາກ VOV)

ຫວຽດນາມ ປາດຖະໜາຢາກ ພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດກັບ ເຢຍລະມັນ ເລິກເຊິ່ງກ່ວາອີກ

ຫວຽດນາມ ປາດຖະໜາຢາກ ພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດກັບ ເຢຍລະມັນ ເລິກເຊິ່ງກ່ວາອີກ

ອຳນາດການປົກຄອງ ແລະ ປະຊາຄົມວິສາຫະກິດລັດ Lower Saxony ປາດຖະໜາຢາກສ້າງຕັ້ງການພົວພັນແລກປ່ຽນຄະນະຜູ້ແທນ ແລະ ສ້າງການພົວພັນຄູ່ຮ່ວມມືກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ວິສາຫະກິດ ຫວຽດນາມ.

Top