• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການພົບປະເຈລະຈາສຸດຍອດລະຫວ່າງ ຫວຽດນາມ - ຍີ່ປຸ່ນ

ໃນຂອບເຂດການເຂົ້າຮ່ວມກອງປະຊຸມສຸດຍອດ G20 ແລະ ຢ້ຽມຢາມຍີ່ປຸ່ນ, ວັນທີ 1 ກໍລະກົດ, ທີ່ນະຄອນຫຼວງ ໂຕກຽດ, ປະເທດ ຍີ່ປຸ່ນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ມີການພົບປະກັບທ່ານ ນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ມີການພົບປະກັບທ່ານ ນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe (ພາບ: chinhphu.vn)

ທີ່ການພົບປະເຈລະຈາ, ນາຍົກລັດຖະມົນຕີ ສອງທ່ານໄດ້ເຫັນດີເປັນເອກະພາບສືບຕໍ່ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງຜ່ານການຮັກສາບັນດາການຢ້ຽມຢາມ ແລະ ພົບປະຂັ້ນສູງ. ສອງຝ່າຍໄດ້ເຫັນດີເປັນເອກະພາບຈະສືບຕໍ່ເພີ່ມທະວີຮ່ວມມືດ້ານການປ້ອງກັນຊາດປ້ອງກັນຄວາມສະຫງົບ, ໃນນັ້ນມີການຮ່ວມມືໃນຂອບເຂດ ADMM+. ທ່ານນາຍົກລັດຖະມົນຕີ Shinzo Abe ຢັ້ງຢືນວ່າ ຍີ່ປຸ່ນຈະຕັ້ງໜ້າໜູນຊ່ວຍຫວຽດນາມ ໃນການບຳລຸງສ້າງພະນັກງານ, ບຳລຸງສ້າງວີຊາຊີບ, ຍົກສູງກຳລັງຄວາມສາມາດໃນການແກ້ງແຍ້ງ, ປະສິດທິພາບໃນການອອກແຮງງານ, ປະຕິຮູບການບໍລິຫານ, ສ້າງລັດຖະບານເອເລັກໂຕນິກມຸ່ງໄປສູ່ລັດຖະບານ ດີຈີຕອນ, ພື້ນຖານເສດຖະກິດດີຈີຕອນ ແລະ ສັງຄົມດີຈີຕອນ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.

        ສອງຝ່າຍໄດ້ເຫັນດີເປັນເອກະພາບເພີ່ມທະວີການຮ່ວມມືສົມທົບກັນຢູ່ບັນດາເວທີປາໄສໃນພາກພື້ນ ແລະ ສາກົນ, ຊຸກຍູ້ການພົວພັນລະຫວ່າງ ອາຊຽນ - ຂົງເຂດແມ່ນ້ຳຂອງ ກັບຍີ່ປຸ່ນໃນສະພາບການ ຫວຽດນາມຈະດຳລົງຕຳແໜ່ງເປັນປະທານອາຊຽນ ໃນປີ 2020. ສອງຝ່າຍໄດ້ເຫັນດີເປັນເອກະພາບເພື່ອປະຕິບັດສົນທິສັນຍາຄູ່ຮ່ວມມືຮອບດ້ານແລະກ້າວຫນ້າຂ້າມປາຊີຟິກ (CPTPP)ໃຫ້ມີປະສິດທິຜົນ, ຮ່ວມມືຊຸກຍູ້ການເຈລະຈາສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານໃນພາກພື້ນ (RCEP) ໃຫ້ສໍາເລັດໂດຍໄວ. ການນຳສອງປະເທດ ກໍ່ໄດ້ແລກປ່ຽນກ່ຽວກັບບັນດາບັນຫາສາກົນ ແລະ ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ໃນນັ້ນມີບັນຫາທະເລຕາເວັນອອກ.

(ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top