• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການພົບປະເຈລະຈາຂັ້ນສູງ ຫວຽດນາມ - ສະຫະພັນ ລັດເຊຍ

ທີ່ການພົບປະເຈລະຈາ, ການນຳ 2 ທ່ານໄດ້ແລກປ່ຽນກ່ຽວກັບການຕີລາຄາຂອງແຕ່ລະຝ່າຍຕໍ່ສະພາບການສາກົນໃນປະຈຸບັນ, ກ່ຽວກັບທິດທາງໃຫຍ່ ຊູກຍູ້ການພັດທະນາຢ່າງຕັ້ງໜ້າໃນໂລກ
  (ທີ່ການພົບປະເຈລະຈາ)  
ຕອນບ່າຍວັນທີ 22 ພຶດສະພາ, ຢູ່ ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ດຳເນີນການພົບປະເຈລະຈາກັບທ່ານປະທານພັກປະເທດ ລັດເຊຍ ເອກະພາບ, ຮອງປະທານສະພາຄວາມໝັ້ນຄົງສະຫະພັນ ລັດເຊຍ Dmitry Medvedev ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 21 – 23 ພຶດສະພາ, ຕາມຂໍ້ຕົກລົງຮ່ວມມືລະຫວ່າງພັກກອມມູນິດ ຫວຽດນາມ ແລະ ພັກ “ປະເທດ ລັດເຊຍ ເອກະພາບ”.

ທີ່ການພົບປະເຈລະຈາ, ການນຳ 2 ທ່ານໄດ້ແລກປ່ຽນກ່ຽວກັບການຕີລາຄາຂອງແຕ່ລະຝ່າຍຕໍ່ສະພາບການສາກົນໃນປະຈຸບັນ, ກ່ຽວກັບທິດທາງໃຫຍ່ ຊູກຍູ້ການພັດທະນາຢ່າງຕັ້ງໜ້າໃນໂລກ ແລະ ທັດສະນະກ່ຽວກັບບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ການນຳ 2 ພັກກໍ່ແລກປ່ຽນກ່ຽວກັບບັນດາການກຳນົດທິດໃຫຍ່ເພື່ອຍູ້ການພົວພັນລະຫວ່າງ 2 ພັກ, 2 ລັດຢ່າງແຮງກວ່າເກົ່າ, ຄື: ສືບຕໍ່ເພີ່ມທະຄວາມເຂົ້າອົກເຂົ້າໃຈເຊິ່ງກັນແລະກັນ ແລະ ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງຜ່ານບັນດາການຢ້ຽມຢາມ, ແລກປ່ຽນຂັ້ນສູງພາຍໃຕ້ຫຼາຍຮູບແບບຢ່າງມີໄຫວພິບ; ຍົກສູງປະສິດທິຜົນ ແລະ ເປີດກວ້າງການຮ່ວມມືດ້ານເສດຖະກິດ, ວິທະຍາສາດ, ເຕັກນິກ, ວັດທະນະທຳ, ການສຶກສາ ແລະ ບັນດາຂົງເຂດອື່ນ ຕາມຂໍ້ຕົກລົງລະຫວ່າງ 2 ຝ່າຍ; ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານກ່ຽວກັບສະພາບການສາກົນ, ການຮ່ວມມືລະຫວ່າງອົງການພົວພັນຕ່າງປະເທດຂອງ 2 ປະເທດ, ສົມທົບກັນຢູ່ບັນດາເວທີປາໄສສາກົນ…

ເນື່ອງໃນໂອກາດນີ້, 2 ຝ່າຍໄດ້ອອກຖະແຫຼງການຮ່ວມ ກ່ຽວກັບໝາກຜົນການຢ້ຽມຢາມຢ່າງເປັນທາງການຂອງທ່ານປະທານພັກ     “ປະເທດ ລັດເຊຍ ເອກະພາບ”, ຮອງປະທານສະພາຄວາມໝັ້ນຄົງສະຫະພັນ ລັດເຊຍ Dmitry Medvedev ດ້ວຍເປົ້າໝາຍເພີ່ມທະວີການຮ່ວມມືໃນບັນດາບັນຫາພາກພື້ນ ແລະ ສາກົນ ເພື່ອປັບປຸງສັນຕິພາບ, ຄວາມໝັ້ນຄົງ, ເພື່ອຜົນປະໂຫຍດຂອງປະຊາຊົນ 2 ປະເທດ; ຮັກສາ ແລະ ເພີ່ມທະວີບັນດາຫຼັກການຂອງກົດໝາຍສາກົນ, ກົດບັດຂອງສະຫະປະຊາຊາດ; ສືບຕໍ່ຊຸກຍູ້ການພົວພັນ 2 ຝ່າຍ ບົນຈິດໃຈເອກະສານ, ຂໍ້ຕົກລົງຕ່າງໆເຊິ່ງ ການນຳຂັ້ນສູງຂອງ 2 ພັກ, 2 ລັດ ໄດ້ລົງນາມແລ້ວ.

ກ່ອນທີ່ດຳເນີນການພົບປະເຈລະຈາ, ຄະນະຜູ້ແທນພັກ “ປະເທດ ລັດເຊຍ ເອກະພາບ” ໄດ້ໄປວາງພວງມາລາຢູ່ອະນຸສາວະລີອາໄລຫາບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ, ເຂົ້າຢ້ຽມຂ່ຳນັບສຸສານປະມານ ໂຮ່ຈີມິນ ແລະ ພົບປະກັບສະມາຄົມມິດຕະພາບ ຫວຽດນາມ - ສະຫະພັນລັດເຊຍ.

(ແຫຼ່ງຄັດຈາກ VOV)

ໜ້າ​ປະ​ຫວັດ​ສາດ​ໃໝ່​ໃນ​ການ​ພົວ​ພັນ ຫວຽດ​ນາມ ບ​ຣາ​ຊິນ

ໜ້າ​ປະ​ຫວັດ​ສາດ​ໃໝ່​ໃນ​ການ​ພົວ​ພັນ ຫວຽດ​ນາມ ບ​ຣາ​ຊິນ

ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານປະທານປະເທດ ຫວຽດນາມ ເລືອງເກືອງ, ທ່ານປະທານາທິບໍດີ ບຣາຊິນ Luiz Inácio Lula da Silva ຈະມີການຢ້ຽມຢາມທາງລັດຖະກິດ ຫວຽດນາມໃນລະຫວ່າງວັນທີ 27 ມີນາ ຫາວັນທີ 29 ມີນາ. ການຢ້ຽມຢາມຢັ້ງຢືນແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືໃນຫຼາຍດ້ານ ກັບບຣາຊິນ ໃນການພົວພັນຄູ່ຮ່ວມມືຍຸດທະສາດ ແລະ ການຮ່ວມມືຮອບດ້ານກັບ ອາເມລິກາລາຕິນ, ເຮັດໃຫ້ເລິກເຊິ່ງກ່ວາ ແລະ ເປີດຫຼາຍໂອກາດຮ່ວມມືໃໝ່.

Top