• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການຝຶກຊ້ອມລະດັບຊາດການເດີນຂະບວນສວນສະໜາມ, ສະແດງກ້ອນກຳລັງ ຢູ່ສະໜາມຫຼວງ ບາດິ່ງ

ເຊົ້າວັນທີ 02 ກັນຍາ, ການຝຶກຊ້ອມໃຫຍ່ລະດັບຊາດຄັ້ງສຸດທ້ານຈະດຳເນີນໃນຕອນເຊົ້າວັນທີ 30 ສິງຫາ.
(ການຝຶກຊ້ອມລະດັບຊາດໂດຍມີການເຂົ້າຮ່ວມຂອງກວ່າ 40.000 ຄົນ)

ຕອນຄ່ຳວັນທີ 27 ສິງຫາ, ລາຍການຝຶກຊ້ອມລະດັບຊາດການເດີນຂະບວນສວນສະໜາມ, ສະແດງກ້ອນກຳລັງ 80 ປີແຫ່ງໄຊຊະນະການປະຕິວັດເດືອນ ສິງຫາ ແລະ ວັນຊາດ ຫວຽດນາມ ທີ 2 ກັນຍາ, ໄດ້ດຳເນີນຢູ່ສະໜາມຫຼວງ ບາດິ່ງ. ກ່ອນທີ່ຈະເລີ່ມຈັດພິທີຝຶກຊ້ອມລະດັບຊາດ, ທ່ານ ຟ້າມມິນຈິງ, ນາຍົກລັດຖະມົນຕີ ຫວຽດນາມ ພ້ອມກັບການນຳພັກ, ລັດ ໄດ້ມອບຂອງຂວັນ, ລະດົມກຳລັງໃຈບັນດາກຳລັງເຂົ້າຮ່ວມການເດີນຂະບວນສວນສະໜາມ, ສະແດງກ້ອນກຳລັງ.

ການຝຶກຊ້ອມລະດັບຊາດໂດຍມີການເຂົ້າຮ່ວມຂອງກວ່າ 40.000 ຄົນ, ລວມມີບັນດາກຸ່ມກ້ອນຂຶ້ນກັບກອງທັບປະຊາຊົນ, ຕຳຫຼວດປະຊາຊົນ, ກຳລັງຍຸດໂທປະກອນອາວຸດການທະຫານ, ລົດພິເສດສະເພາະ… ພ້ອມກັບກຸ່ມກ້ອນມະຫາຊົນ ແລະ ການເຂົ້າຮ່ວມຂອງປະຊາຊົນ.

ຕາມແຜນການ, ກ່ອນທີ່ຈະຈັດພິທີສະເຫຼີມສະຫຼອງຢ່າງເປັນທາງການໃນຕອນເຊົ້າວັນທີ 02 ກັນຍາ, ການຝຶກຊ້ອມໃຫຍ່ລະດັບຊາດຄັ້ງສຸດທ້ານຈະດຳເນີນໃນຕອນເຊົ້າວັນທີ 30 ສິງຫາ.

(ແຫຼ່ງຄັດຈາກ VOV)

ອິນ​ໂດ​ເນ​ເຊຍ ເພີ່ມ​ຄ່າໃຊ້​ຈ່າຍ​​ນ້ຳ​ມັນ​ເຊື້ອ​ໄຟ​ທາງ​ການ​ບິນ​ຂຶ້ນ 50% ຂອງຄ່າ​ປີ້​ຍົນ

ອິນ​ໂດ​ເນ​ເຊຍ ເພີ່ມ​ຄ່າໃຊ້​ຈ່າຍ​​ນ້ຳ​ມັນ​ເຊື້ອ​ໄຟ​ທາງ​ການ​ບິນ​ຂຶ້ນ 50% ຂອງຄ່າ​ປີ້​ຍົນ

ລະ​ດັບ​ຄ່າ​​ໃຊ້​ຈ່​າຍໄດ້​ກຳ​ນົດ​ໂດຍອີງ​ຕາມ​ຄ່າ​ນ້ຳ​ມັນ​ເຊື້ອ​ໄຟ​ການ​ບິນ​ສະ​ເລ່ຍ ໂດຍ​ບັນ​ດາ​ບໍ​ລິ​ສັດ​ສະ​ໜອງ​ນ້ຳ​ມັນ​ເຊື້ອ​ໄຟ​ຍົກ​ອອກ​ມາ.

Top