• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການປະຊຸມຂ່າວສາກົນກ່ຽວກັບໝາກຜົນກອງປະຊຸມ GMS

ການປະຊຸມຂ່າວສາກົນໄດ້ດຳເນີນໄປພາຍໃຕ້ການເປັນປະທານຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ພາຍຫລັງອັດກອງປະຊຸມສຸດຍອດ GMS ໃນຕອນທ່ຽງວັນທີ 31 ມີນາ.

ການປະຊຸມຂ່າວພາຍຫລັງອັດກອງປະຊຸມ GMS

ທ່ານນາຍົກລັດຖະມົນຕີ ຕີລາຄາວ່າ ກອງປະຊຸມໄດ້ປະສົບຜົນສຳເລັດຢ່າງຈົບງາມ ດ້ວຍການຮັບຮອງເອົາຖະແຫລງການຮ່ວມກອງປະຊຸມ, ແຜນການຮ່າໂນ້ຍໄລຍະ 2018 – 2022, ກອບການລົງທຶນພາກພື້ນຮອດປີ 2022.

        “ກອງປະຊຸມໄດ້ວາງອອກບັນດາການກຳນົດທິດຮ່ວມມືໃຫຍ່ໃນໄລຍະກາງ ແລະ ເລີ່ມປະຕິບັດວິວັດການສ້າງວິໄສທັດຮ່ວມມືໄລຍະຍາວ GMS. ພວກຂ້າພະເຈົ້າໄດ້ຮັບຮອງເອົາເອກະສານສຳຄັນ 3 ສະບັບ ແລະ ເປັນຫນ້າສົນໃຈກອງປະຊຸມກໍ່ໄດ້ເລີ່ມຕົ້ນປະຕິບັດວິໄສທັດໄລຍະຍາວຫລັງປີ 2022 ໃນສະພາບການບັນດາປະເທດ GMS ມຸ່ງໄປເຖິງໂຄງການດຳເນີນງານພັດທະນາແບບຍືນຍົງຮອດປີ 2030 ຂອງ ສປຊ. ສະພາບການສາກົນ ແລະ ພາກພື້ນ ມີການຜັນແປຫລາຍຢ່າງ, ການຮ່ວມມື GMS ຄວນກຳນົດວິໄສທັດຍາວໄກກວ່າ ເພື່ອແນໃສ່ສ້າງ GMS ເຊື່ອມໂຍງ ແລະ ວັດທະນາຖາວອນ.”

ທີ່ການປະຊຸມຂ່າວ, ທ່ານ Takehiko Nakao ປະທານທະນາຄານພັດທະນາ ອາຊີ ADB ຢືນຢັນວ່າ: ADB ຈະສືບຕໍ່ຮ່ວມເດີນທາງພ້ອມກັບ GMS ໃນການພັດທະນາຈະມາເຖິງ.

        “ຂ້າພະເຈົ້າມີຄວາມເຊື່ອໝັ້ນວ່າ ອະນຸພາກພື້ນແມ່ນ້ຳຂອງເປີດກວ້າງມີຄວາມສາມາດບົ່ມຊ້ອນຫລາຍຢ່າງ. ທີ່ກອງປະຊຸມພວກຂ້າພະເຈົ້າໄດ້ຮັບຮອງເອົາແຜນການດຳເນີນງານ ຮ່າໂນ້ຍ. ADB ມີຄວາມຫວັງຈະສະຫນອງຈຳນວນເງິນຢ່າງຫນ້ອຍສຸດ 7 ຕື້ USDໃຫ້ບັນດາໂຄງການປະຈຸບັນ ແລະ ໃນ ອະນາຄົດ.”

(ແຫຼ່ງຄັດຈາກ VOV)


ການ​ນຳ​ເຂົ້າ - ສົ່ງ​ອອກ​ປີ 2025 ຄາດ​ວ່າ​ບັນ​ລຸ​ວົງ​ເງິນກວ່າ 920 ຕື້ USD

ການ​ນຳ​ເຂົ້າ - ສົ່ງ​ອອກ​ປີ 2025 ຄາດ​ວ່າ​ບັນ​ລຸ​ວົງ​ເງິນກວ່າ 920 ຕື້ USD

ການນຳເຂົ້າ - ສົ່ງອອກປີນີ້ຂອງ ຫວຽດນາມ ຄາດວ່າບັນລຸລະດັບ “ສູງສະຖິຕິ” ດ້ວຍມູນຄ່າກວ່າ 920 ຕື້ USD, ໃນນັ້ນ, ການສົ່ງອອກຄາດວ່າບັນລຸ 470 ຕື້ USD, ເຊິ່ງເປັນຕົວເລກສູງສະຖິຕິກ່ຽວກັບການນຳເຂົ້າ - ສົ່ງອອກ ນຳ ຫວຽດນາມ ຖືກຈັດເຂົ້າກຸ່ມ 20 ປະເທດແຖວໜ້າ ກ່ຽວກັບມູນຄ່າການຄ້ານຳເຂົ້າສົ່ງອອກ.

Top