• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການນ​ຳ​ພັກ, ລັດ ຫວຽດ​ນາມ ເຂົ້າ​ຄຳ​ນັບສຸ​​ສານ​ປະ​ທານ​ໂຮ່​ຈີ​ມິນ ເນື່ອງ​ໃນ​ໂອ​ກາດ​ບຸນ​ປີໃໝ່​ປະ​ຈຳ​ຊາດ ປີ​ສະຫຼູ 2021

ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດ ປີສະຫຼູ 2021, ຕອນເຊົ້າວັນທີ 9 ກຸມພາ, ຄະນະຜູ້ແທນ ຄະນະບໍລິຫານງານສູນກາງພັກ, ສະພາແຫ່ງຊາດ, ປະທານປະເທດ, ລັດຖະບານ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ໄປວາງພວງມາລາ ແລະ ເຂົ້າຄຳນັບສຸສານປະທານ ໂຮ່ຈີມິນ.
ຄະນະຜູ້ແທນ ຄະນະບໍລິຫານງານສູນກາງພັກ, ສະພາແຫ່ງຊາດ, ປະທານປະເທດ, ລັດຖະບານ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມວາງພວງມາລາ ແລະ ເຂົ້າຄຳນັບສຸສານປະທານ ໂຮ່ຈີມິນ (ພາບ: nhandan.com.vn)

ເຂົ້າຮ່ວມພິທີ, ມີທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ, ທ່ານຫົວໜ້າຄະນະໂຄສະນາສຶກສາ ສູນກາງພັກ ຫວໍວັນເຖືອງ, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ເຈິ່ນແທັງເໝິນ… ພ້ອມດ້ວຍອະດີດການນຳພັກ, ລັດ, ສະພາແຫ່ງຊາດ, ນັກປະຕິວັດຜູ້ອາວຸໂສ ແລະ ການນຳບັນດາຄະນະ, ກະຊວງ, ຂະແໜງການ, ອົງການຈັດຕັ້ງມະຫາຊົນສູນກາງ.

        ການນຳ ພັກ, ລັດ ໄດ້ສະແດງເຄົາລົບນັບຖືອາໄລຫາ, ສະແດງຄວາມຮູ້ບຸນຄຸນຢ່າງລົ້ນເຫຼືອຕໍ່ຄຸນງາມຄວາມດີອັນໃຫຍ່ຫຼວງຂອງປະທານ ໂຮ່ຈີມິນ - ການນຳທີ່ປີຊາສາມາດຂອງພັກ ແລະ ປະຊາຊົນ ຫວຽດນາມ, ແມ່ນອາຈານຜູ້ຍິ່ງໃຫຍ່ຂອງການປະຕິວັດ ຫວຽດນາມ.

        ຕໍ່ຈາກນັ້ນ, ຄະນະຜູ້ແທນກໍໄດ້ໄປວາງພວງມາລາອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ ຢູ່ ອະນຸສາວະລີ ນັກຮົບວິລະຊົນເສຍສະຫຼະຊີວິດເພື່ອຊາດທີ່, ຖະໜົນ ບັກເຊີນ, ຮ່າໂນ້ຍ ແລະ ໄປວາງພວມມາລາອາໄລຫາບັນດານັກປະຕິວັດລຸ້ນກ່ອນໆ ແລະ ນັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ ຢູ່ສຸສານ ມາຍຢິກ, ຮ່າໂນ້ຍ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ (ຢູ່ກາງ)

ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກໍໄດ້ໄປຖວາຍດອກໄມ້ ຈູດທູບທຽນບູຊາ ອາໄລຫາປະທານໂຮ່ຈິມິນ ທີ່ເຮືອນເລກທີ 67 ໃນເຂດອະນຸສອນສະຖານປະທານໂຮ່ຈິມິນໃນບໍລິເວນທຳນຽບປະທານປະເທດຫວຽດນາມ

(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top