• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການນໍາລາວ ຕີລາຄາສູງໝາກຜົນແຫ່ງການຮ່ວມມືລະຫວ່າງສອງລະບົບສານ ຫວຽດນາມ - ລາວ

ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ.ລາວ ແຕ່ວັນທີ 26 – 28 ສິງຫາ, ໃນລະຫວ່າງວັນທີ 27 – 28 ສິງຫາ, ຄະນະຜູ້ແທນຂັ້ນສູງສານປະຊາຊົນສູງສຸດຫວຽດນາມ ໂດຍທ່ານ ຫງວຽນຮວ່າບິງ, ເລຂາສູນກາງພັກ, ປະທານສານປະຊາຊົນສູງສຸດຫວຽດນາມ ເປັນຫົວໜ້າຄະນະ ໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ຈາກທ່ານເລຂາທິການໃຫຍ່, ປະທານປະເທດລາວ ບຸນຍັງ ວໍລະຈິດ ແລະ ທ່ານນາງປະທານສະພາແຫ່ງຊາດລາວ ປານີ ຢາທໍ່ຕູ້.


ທ່ານເລຂາທິການໃຫຍ່, ປະທານປະເທດລາວ ບຸນຍັງ ວໍລະຈິດ ຕ້ອນຮັບທ່ານ ຫງວຽນຮວ່າບິງ, ເລຂາສູນກາງພັກ, ປະທານສານປະຊາຊົນສູງສຸດຫວຽດນາມ

(ພາບ: KPL)

ທີ່ການຕ້ອນຮັບ, ເມື່ອລາຍງານກ່ຽວກັບໝາກຜົນແຫ່ງການຮ່ວມມືລະຫວ່າງລະບົບສານຂອງສອງປະເທດໃນໄລຍະຜ່ານມາ ຕໍ່ການນໍາລາວໄດ້ຮັບຊາບ, ທ່ານ ຫງວຽນຮວ່າບິງ ໃຫ້ຮູ້ວ່າ ການພົວພັນຮ່ວມມືລະຫວ່າງສອງຝ່າຍໄດ້ພັດທະນາຢ່າງດີງາມ ແລະ ນັບມື້ນັບມີປະສິດທິຜົນ ແລະ ແທດຈິງ ທັງຢູ່ຂັ້ນສູນກາງຕະຫຼອດຮອດຂັ້ນທ້ອງຖິ່ນ. ບົນພື້ນຖານອັນດີງາມນັ້ນ, ໃນໄລຍະຈະມາເຖິງ, ສານປະຊາຊົນສອງປະເທດສືບຕໍ່ແບ່ງປັນ, ແລກປ່ຽນບົດຮຽນ ເພື່ອແນໃສ່ຍົກສູງປະສິດທິຜົນໃນການເຄື່ອນໄຫວຂອງສານ ຢ່າງບໍ່ຢຸດຢັ້ງ, ພິເສດແມ່ນ ໃນການພົບປະແລກປ່ຽນບັນດາຄະນະປະຕິບັດງານ ເພື່ອແບ່ງປັນຂໍ້ມູນຂ່າວສານ ແລະ ຖອດຖອນປະສົບການໃນການພິພາກສາ ແລະ ການເຄື່ອນໄຫວຂອງສານ.

        ບັນດາການນໍາລາວ ກໍສະເໜີໃຫ້ ສານປະຊາຊົນສອງປະເທດ ຈົ່ງສືບຕໍ່ເພີ່ມທະວີການຮ່ວມມື; ພ້ອມທັງສະເໜີໃຫ້ຝ່າຍຫວຽດນາມ ສືບຕໍ່ບໍາລຸງສ້າງແຫຼ່ງຊັບພະຍາກອນມະນຸດໃຫ້ແກ່ຝ່າຍລາວ, ພິເສດແມ່ນການບໍາລຸງສ້າງໃຫ້ແກ່ຜູ້ພິພາກສາ; ຫວັງວ່າ ຝ່າຍຫວຽດນາມ ຈະສືບຕໍ່ຮັກສາການແຕ່ງຕັ້ງນັກຊ່ຽວຊານໄປໜູນຊ່ວຍລາວ, ເພື່ອໃຫ້ຜູ້ພິພາກສາລາວໄດ້ ມີ ບົດຮຽນຕົວຈິງຕື່ມອີກ, ຊ່ວຍໃຫ້ເຂົາເຈົ້ານັບມື້ນັບມີຄວາມຮູ້ດ້ານວິຊາການສູງກວ່າ ແລະ ຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການທີ່ນັບມື້ນັບສູງຂຶ້ນຂອງສັງຄົມ. 

(ແຫຼ່ງຄັດຈາກ VOV)


ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ ຈັນສະໝອນ ຈັນຍະລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ທີ່ມາເຂົ້າຮ່ວມພິທີງານສົບລະດັບຊາດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

Top