• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການນໍາລາວສົ່ງໂທລະເລກຢື້ຢາມຖາມຂ່າວບັນດາແຂວງຂອງຫວຽດນາມຖືກຜົນເສຍຫາຍຈາກພາຍຸ ລູກທີ 3

      ພວກຂ້າພະເຈົ້າເຊື່ອໝັ້ນວ່າ ປະຊາຊົນຫວຽດນາມອ້າຍນ້ອງ ຈະຜ່ານຜ່າຄວາມຫຍຸ້ງຍາກນັ້ນໄດ້ ແລະຊີວິດການເປັນຢູ່ຂອງປະຊາຊົນຢູ່ເຂດຖືກໄພພິບັດຈະກັບຄືນສູ່ຄວາມເປັນປົກກະຕິໂດຍໄວ.
ໂດຍໄດ້ຮັບຂ່າວວ່າ ພາຍຸລູກທີ 3 ພັດເຂົ້າບັນດາແຂວງຂອງຫວຽດນາມ ກໍ່ໃຫ້ເກີດຝົນຕົກໜັກ, ນໍ້າຖ້ວມ ແລະ ດິນເຊາະເຈື່ອນ ຢູ່ບັນດາແຂວງຄື ເຫງະອານ, ຮວ່າບິນ, ກວາງບິນ, ເຊີນລາ, ຝູເທາະ, ອຽນບ໋າຍ, ຫາຍຟ່ອງ, ຫາຍເຢືອງ, ຮ່ານາມ, ນາມດິ້ງ, ຖ໋າຍບິນ ແລະຮ່າຕິງ, ເຮັດໃຫ້ເສຍຫາຍຢ່າງຫຼວງຫຼາຍກ່ຽວກັບຊີວິດອິນຊີ ແລະ ຊັບສິນ, ທ່ານປະທານປະເທດ ແຫ່ງ ສປປ.ລາວ ບຸນຍັງ ວໍລະຈິດ ແລະ ທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ ໄດ້ສົ່ງໂທລະເລກຢື້ຢາມຖາມຂ່າວ ເຖິງທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ ແລະ ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ.
        ໃນໂທລະເລກມີຕອນຂຽນວ່າ, ໂດຍຕາງໜ້າໃຫ້ພັກ, ລັດຖະບານ ແລະ ປະຊາຊົນລາວບັນດາເຜົ່າ, ພວກຂ້າພະເຈົ້າຂໍຝາກຄໍາຢື້ຢາມຖາມຂ່າວດ້ວຍຄວາມຈິງໃຈ ແລະ ຂໍສະແດງຄວາມເສຍເດຍຢ່າງສຸດຊື້ງ ມາຍັງພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງ, ພິເສດແມ່ນອໍານາດການປົກຄອງທ້ອງຖິ່ນ ແລະ ຄອບຄົວທີ່ຖືກຜົນສະທ້ອນຈາກໄພພິບັດທໍາມະຊາດໃນຄັ້ງນີ້. ພວກຂ້າພະເຈົ້າເຊື່ອໝັ້ນວ່າ ປະຊາຊົນຫວຽດນາມອ້າຍນ້ອງ ຈະຜ່ານຜ່າຄວາມຫຍຸ້ງຍາກນັ້ນໄດ້ ແລະຊີວິດການເປັນຢູ່ຂອງປະຊາຊົນຢູ່ເຂດຖືກໄພພິບັດຈະກັບຄືນສູ່ຄວາມເປັນປົກກະຕິໂດຍໄວ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top