• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການນຳ UPU ຕີລາຄາສູງການກຳນົດທິດພັດທະນາໄປສະນີຂອງ ຫວຽດນາມ

ທ່ານຮອງນາຍົກລັດຖະມົນຕີ ເຈິນລຶວກວາງ ສະເໜີໃຫ້ທ່ານ Masahiko Metoki ແລະ UPU ສືບຕໍ່ເອົາໃຈໃສ່ແບ່ງປັນບົດຮຽນ, ໜູນຊ່ວຍດ້ານເຕັກນິກ ເພື່ອໃຫ້ ຫວຽດນາມ ຫັນເປັນທັນສະໄໝ
ທ່ານຮອງນາຍົກລັດຖະມົນຕີ ເຈິນລຶວກວາງ ຕ້ອນຮັບທ່ານຜູ້ອຳນວຍການໃຫຍ່ສະຫະພັນໄປສະນີສາກົນ (UPU) Masahiko Metoki (ພາບ: VGP)

ຕອນເຊົ້າວັນທີ 24 ພະຈິກ, ຢູ່ ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິນລຶວກວາງ ໄດ້ຕ້ອນຮັບທ່ານຜູ້ອຳນວຍການໃຫຍ່ສະຫະພັນໄປສະນີສາກົນ (UPU) Masahiko Metoki ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ເຈິນລຶວກວາງ ສະເໜີໃຫ້ທ່ານ Masahiko Metoki ແລະ UPU ສືບຕໍ່ເອົາໃຈໃສ່ແບ່ງປັນບົດຮຽນ, ໜູນຊ່ວຍດ້ານເຕັກນິກ ເພື່ອໃຫ້ ຫວຽດນາມ ຫັນເປັນທັນສະໄໝ, ຍົກສູງກຳລັງແກ່ງແຍ້ງໃນຂົງເຂດໄປສະນີ - ເປັນໜຶ່ງໃນບັນດາພື້ນຖານໂຄງລ່າງສຳຄັນຂອງ ຫວຽດນາມ.

ສ່ວນທ່ານ Masahiko Metoki ໃຫ້ຄຳໝັ້ນສັນຍາວ່າ, UPU ຈະສືບຕໍ່ແບ່ງປັນບົດຮຽນ, ວິຊາສະເພາະ ແລະ ໜູນຊ່ວຍດ້ານເຕັກນິກໃຫ້ແກ່ ຫວຽດນາມ. ທ່ານກໍຕີລາຄາສູງບົດບາດຂອງ ຫວຽດນາມ ເປັນຄັ້ງທຳອິດທີ່ເຂົ້າເປັນສະມາຊິກຂອງສະພາຂຸດຄົ້ນໄປສະນີຂອງ UPU ອາຍຸການ 2022 – 2025.

(ແຫຼ່ງຄັດຈາກ VOV)

ອີ​ຣານ ສືບ​ຕໍ່​ປະ​ຕິ​ເສດ​ເງື່ອນ​ໄຂ​ເຈ​ລະ​ຈາ​ຂອງ ອາ​ເມ​ລິ​ກາ

ອີ​ຣານ ສືບ​ຕໍ່​ປະ​ຕິ​ເສດ​ເງື່ອນ​ໄຂ​ເຈ​ລະ​ຈາ​ຂອງ ອາ​ເມ​ລິ​ກາ

​ຣານ ຢັ້ງ​ຢືນ ຄຳ​ຮຽກ​ຮ້ອງ​ໃໝ່​ຂອງ ອາ​ເມ​ລິ​ກາ ແມ່ນ​ບໍ່​ສາ​ມາດຍອມ​ຮັບ​ໄດ້, ພິ​ເສດ​ແມ່ນ​ໃນ​ນັ້ນ ບໍ່​ມີເງື່ອນ​ໄຂ ​ຮັບ​ປະ​ກັນ​ການ​ສິ້ນ​ສຸດ​ການ​ປະ​ທະ​ກັນ​ຕ້ານ ອີ​ຣານ.

Top