• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການນຳ EU ສືບຕໍ່ບໍ່ລົງລອຍກັນກ່ຽວກັບແຜນການຟື້ນຟູພາຍຫຼັງ ໂລກລະບາດ Covid – 19

      ຕອນຄ່ຳວັນທີ 19 ກໍລະກົດ, ບັນດາການນຳ EU ໄດ້ຮ່ວມກັນຮັບປະທານອາຫານ ແລະ ເຮັດວຽກ ເພື່ອແນໃສ່ຊອກຫາວິທີການແກ້ໄຂສະພາບການຈົນຕະແຈ ພາຍຫຼັງ ຈັດກອງປະຊຸມສຸດຍອດມາເປັນ 3 ວັນທີ່ກ່ຽວຂ້ອງເຖິງບ້ວງເງິນຊ່ວຍເຫຼືອກ້ອນໃຫຍ່ພາຍຫຼັງໂລກລະບາດ Covid – 19.

ການນຳEU ຢູ່ກອງປະຊຸມສຸດຍອດ EU ກ່ຽວກັບແຜນການຟື້ນຟູພາຍຫຼັງ ໂລກລະບາດ Covid - 19 
(ພາບ: AFP/TTXVN)
      ທ່ານ Charles Michel ປະທານສະພາ ເອີລົບ ໄດ້ຍົກອອກຂໍ້ສະເໜີສຸດທ້າຍກ່ຽວກັບແຜນການຟື້ນຟູທີ່ມີມູນຄ່າ 750 ຕື້ ເອີໂຣ ໃນສະພາບການທີ່ມີຄວາມວິຕົກກັງວົນວ່າ ກອງປະຊຸມຈະລົ້ມເຫຼວ ເຊິ່ງບໍ່ບັນລຸໄດ້ຂໍ້ຕົກລົງໃດ. ຕາມນັ້ນແລ້ວ, ທ່ານ Charles Michel ໄດ້ສະເໜີຫຼຸດງົບປະມານໃຫ້ບ້ວງເງິນຊ່ວຍເຫຼືອແຕ່ 500 ຕື້ ເອີໂຣ ລົງເຫຼືອພຽງ 400 ຕື້ ເອີໂຣ ແລະ ຍົກລະດັບເງິນໃຫ້ກູ້ຢຶມໃນແຜນການແຕ່ 250 ຕື້ ເອີໂຣຂຶ້ນເຖິງ 350 ຕື້ ເອີໂຣ. ທ່ານ Charles Michel ດ້ວຍການໜູນຊ່ວຍຂອງທ່ານນາງ Angela Merkel ນາຍົກລັດຖະມົນຕີ ເຢຍລະມັນ ແລະ ທ່ານ Emmanuel Macron ປະທານາທິບໍດີຝລັ່ງ ໄດ້ຊອກຫາວີທີການເກ້ຍກອມບັນດາປະເທດປະນີປະນອມແຕ່ຄວາມຄືບໜ້າທີ່ບັນລຸໄດ້ແມ່ນຊັກຊ້າທີ່ສຸດ.
 (ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top