• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການນຳຫວຽດນາມອວຍພອນວັນບຸນວິສາຂະບູຊາ ພສ 2563

ວັນບຸນວິສາຂະບູຊາສະຫະປະຊາຊາດ Vesak 2019 ຄັ້ງທີ 3 ເຊິ່ງຫວຽດນາມ ເປັນເຈົ້າພາບຈັດຕັ້ງ ດ້ວຍຜູ້ແທນເຂົ້າຮ່ວມກວ່າ 500 ຄະນະ ແລະ ມີການນຳຂອງຫຼາຍປະເທດເຂົ້າຮ່ວມ.


 ທ່ານນາງ ເຈືອງທິມາຍ, ມາຢ້ຽມຢາມ ແລະ ອວຍພອນຢູ່ວັດ ຫງອັກມິງ

(ພາບ: TTXVN)


ເນື່ອງໃນໂອກາດວັນບຸນວິສາຂະບູຊາ ພສ 2563 - ຄສ 2019, ວັນທີ 05 ພຶດສະພາ, ຢູ່ນະຄອນເກິນເທີ, ທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ ໄດ້ພ້ອມກັບການນຳບັນດາອົງການສູນກາງ, ການນຳນະຄອນເກິນເທີ ລົງຢ້ຽມຢາມ ແລະ ອວຍພອນວັນບຸນວິສາຂະບູຊາ ຢູ່ນະຄອນເກິນເທີ.

        ມາຢ້ຽມຢາມ ແລະ ອວຍພອນ ພະມະຫາອາຈານ ທິ໊ກຢ໊າກເຍື່ອງ, ຮອງສາດສະດາ ສະພາສົງສະມາຄົມພຸດທະສາສະໜາຫວຽດນາມ ຢູ່ວັດ ຫງອັກມິງ. ໂດຍຕາງໜ້າໃຫ້ການນຳພັກ, ລັດ, ທ່ານນາງ ເຈືອງທິມາຍ ໄດ້ແຈ້ງໃຫ້ຊາບເຫດການວັນບຸນວິສາຂະບູຊາສະຫະປະຊາຊາດ Vesak 2019 ຄັ້ງທີ 3 ເຊິ່ງຫວຽດນາມ ເປັນເຈົ້າພາບຈັດຕັ້ງ ດ້ວຍຜູ້ແທນເຂົ້າຮ່ວມກວ່າ 500 ຄະນະ ແລະ ມີການນຳຂອງຫຼາຍປະເທດເຂົ້າຮ່ວມ. ຜ່ານນັ້ນໄດ້ຊີ້ໃຫ້ເຫັນວ່າ, ພຸດທະສາສະໜາຫວຽດນາມ ສືບຕໍ່ພັດທະນາ, ມີອິດທິພົນຊື່ສຽງຕໍ່ສາກົນ ແລະ ມີບາດກ້າວເຊື່ອມໂຍງທີ່ເລິກເຊິ່ງ, ກວ້າງຂວາງ.

        ກ່ອນໜ້ານັ້ນ, ຄະນະຜູ້ແທນໄດ້ໄປຢ້ຽມຢາມ, ອວຍພອນ ພະມະຫາອາຈານ ດ່າວຍື, ຮອງປະທານສະພາບໍລິຫານງານພຸດທະສາສະໜາຫວຽດນາມ; ຢ້ຽມຢາມ, ອວຍພອນຢູ່ວັດ Prek On Dok, ຢູ່ເມືອງ ມິ້ຊວຽນ, ແຂວງຊອກຈັງ.

        ແລະກໍ່ໃນວັນທີ 05 ພຶດສະພາ, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ເຈິນແທັງເມີນ, ພ້ອມກັບຄະນະປະຕິບັດງານລົງໄປຢ້ຽມຢາມ, ພວຍພອນພະມະຫາອາຈານ ທິ໊ກຈິ໊ຫາຍ, ກຳມະການສະພາສົງພຸດທະສາສະໜາຫວຽດນາມ, ເຈົ້າອະທິການວັດຕິ້ງກວາງ, ພ້ອມກັບບັນດາຜູ້ມີຍົດຖາບັນດາສັກ, ພະສົງສຳມະເນນ, ພຸດທະສາສະນິກກະຊົນຢູ່ວັດ ຕິ້ງກວາງ, ຂຶ້ນກັບເມືອງ ຈ້ຽວຟອງ, ແຂວງກວາງຈິ້, ເນື່ອງໃນໂອກາດວັນບຸນວິສາຂະບູຊາ ພສ 2563 - ຄສ 2019.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ ຈັນສະໝອນ ຈັນຍະລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ທີ່ມາເຂົ້າຮ່ວມພິທີງານສົບລະດັບຊາດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

Top