• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການນຳພັກ, ລັດ ເຂົ້າຂ່ຳນັບປະທານໂຮ່ຈີມິນ

ຄະນະຜູ້ແທນໄດ້ສະແດງຄວາມເຄົາລົບນັບຖື, ອາໄລຫາຄຸນງາມຄວາມດີທີ່ໃຫຍ່ຫຼວງຂອງປະທານ ໂຮ່ຈີມິນ - ຜູ້ກໍ່ຕັ້ງ, ຊີ້ນຳ, ຝຶກຝົນຫຼໍ່ຫຼອມພັກກອມມູນິດ ຫວຽດນາມ
ການນຳ, ອະດີດການນຳວາງພວງມາລາ, ເຂົ້າຂ່ຳນັບປະທານ ໂຮ່ຈີມິນ ສຸສານປະທານ ໂຮ່ຈີມິນ (ພາບ: VGP)

ເນື່ອງໃນໂອກາດສະເຫຼີມສະຫຼອງ 94 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ (03 ກຸມພາ 1930 – 03 ກຸມພາ 2024), ຕອນເຊົ້າວັນທີ 02 ກຸມພາ, ຢູ່ ຮ່າໂນ້ຍ, ຄະນະຜູ້ແທນຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ສະພາແຫ່ງຊາດ, ປະທານປະເທດ, ລັດຖະບານ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ໄປວາງພວງມາລາ, ເຂົ້າຂ່ຳນັບປະທານ ໂຮ່ຈີມິນ ສຸສານປະທານ ໂຮ່ຈີມິນ.

ເຂົ້າຮ່ວມພິທີມີທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ; ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ; ທ່ານນາງຜູ້ປະຈຳການຄະນະເລຂາທິການ, ຫົວໜ້າຄະນະຈັດຕັ້ງສູນກາງ ເຈືອງທິມາຍ. ທ່ານອະດີດເລຂາທິການໃຫຍ່ ນົງດຶກແມ້ງ; ທ່ານອະດີດປະທານປະເທດ ຫງວຽນຊວັນຟຸກ; ບັນດາທ່ານອະດີດປະທານສະພາແຫ່ງຊາດ: ຫງວຽນວັນອານ, ຫງວຽນຊິງຮຸ່ງ; ພ້ອມກັບບັນດາການນຳ, ອະດີດການນຳພັກ, ລັດ, ການນຳບັນດາຄະນະ, ກະຊວງ, ຂະແໜງການ, ໝູ່ຄະນະສູນກາງທີ່ເຂົ້າຮ່ວມພີທີ.

ຢູ່ທີ່ນີ້, ຄະນະຜູ້ແທນໄດ້ສະແດງຄວາມເຄົາລົບນັບຖື, ອາໄລຫາຄຸນງາມຄວາມດີທີ່ໃຫຍ່ຫຼວງຂອງປະທານ ໂຮ່ຈີມິນ - ຜູ້ກໍ່ຕັ້ງ, ຊີ້ນຳ, ຝຶກຝົນຫຼໍ່ຫຼອມພັກກອມມູນິດ ຫວຽດນາມ, ຖັນແຖວນຳໜ້າຂອງຊົນຊັ້ນກຳມະກອນ, ປະຊາຊົນຜູ້ອອກແຮງງານ ແລະ ຂອງຊາດ ຫວຽດນາມ.

ຕໍ່ຈາກນັ້ນ, ບັນດາການນຳພັກ, ລັດ ກໍ່ໄດ້ໄປວາງພວງມາລາອາໄລຫາບັນດານັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ອະນຸສາວະລີບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ, ຖະໜົນ ບັກເຊີນ, ຮ່າໂນ້ຍ.

(ແຫຼ່ງຄັດຈາກ VOV)

ສ້າງ​ແຮງ​ກະ​ຕຸ້ນ​ໃໝ່, ຍົກ​ລະ​ດັບ​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ ກັບ ອົດ​ສະ​ຕາ​ລີ ແລະ ນິວ​ຊີ​ແລນ

ສ້າງ​ແຮງ​ກະ​ຕຸ້ນ​ໃໝ່, ຍົກ​ລະ​ດັບ​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ ກັບ ອົດ​ສະ​ຕາ​ລີ ແລະ ນິວ​ຊີ​ແລນ

ທ່ານ ເລ​ຮ່​ວາຍ​ຈຸງ ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ໄດ້​ເນັ້ນ​ໜັກ​ວ່າ ການ​ຢ້ຽມ​ຢາມ​ໄດ້​ປະ​ສົບ​ຜົນ​ສຳ​ເລັດ​ຢ່າງ​ຈົບ​ງາມ​ດ້ວຍ​ ​ບັນ​ດາ​ເປົ້າ​ໝາຍ​ທີ່​ວາງ​ອອກ​ບັນ​ລຸ​ໄດ້​ລະ​ດັບ​ສູງ.

Top