• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການນຳພັກ, ລັດ, ລັດຖະບານໃຫ້ການຕ້ອນຮັບເລຂາທິການສະພາປ້ອງກັນຄວາມສະຫງົບແຫ່ງ ສະຫະພັນລັດເຊຍ

      ວັນທີ 17 ມີນາ, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງໄດ້ໃຫ້ການຕ້ອນຮັບທ່ານເລຂາທິການສະພາປ້ອງກັນຄວາມສະຫງົບແຫ່ງ ສະຫະພັນລັດເຊຍ ນີໂກລາຍ ປາຈູແຊບ ເນື່ອງໃນໂອກາດມາຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. 
ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງຕ້ອນຮັບທ່ານເລຂາທິການສະພາປ້ອງກັນຄວາມສະຫງົບ
ແຫ່ງ ສະຫະພັນລັດເຊຍ ນີໂກລາຍ ປາຈູແຊບ
      ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງໄດ້ຕີລາສູງໝາກຜົນແຫ່ງການຮ່ວມມືລະຫວ່າງກະຊວງຕຳຫຼວດຫວຽດນາມ ແລະ ສະພາປ້ອງກັນຄວາມສະຫງົບແຫ່ງ ສະຫະພັນລັດເຊຍ ແລະ ຖືວ່າ ການຢ້ຽມຢາມຂອງຄະນະ ໄດ້ສະແດງໃຫ້ເຫັນໄມຕີຈິດມິດຕະພາບ ແລະ ການພົວພັນຄູ່ຮ່ວມມືຢ່າງແໜ້ນແຟ້ນລະຫວ່າງ 2 ປະເທດເວົ້າລວມ ແລະ ລະຫວ່າງກະຊວງຕຳຫຼວດຫວຽດນາມ ແລະ ສະພາປ້ອງກັນຄວາມສະຫງົບແຫ່ງ ສະຫະພັນລັດເຊຍ ເວົ້າສະເພາະ. ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ສະແດງຄວາມຫວັງວ່າ ຫວຽດນາມ ແລະ ລັດເຊຍ ສືບຕໍ່ເພີ່ມທະວີ ແລະ ເປີດກ້ວາງການຮ່ວມມືໃນບັນດາຂົງເຂດປ້ອງກັນຄວາມສະຫງົບແບບເກົ່າ ແລະ ແບບໃໝ່ກໍຄືໃນຂົງເຂດອື່ນໆເພື່ອຜົນປະໂຫຍດຂອງປະຊາຊົນ 2 ປະເທດ ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຢູ່ພາກພື້ນ ແລະ ໃນໂລກ.
    ສ່ວນທ່ານ ເລຂາທິການສະພາປ້ອງກັນຄວາມສະຫງົບແຫ່ງ ສະຫະພັນລັດເຊຍ ນີໂກລາຍ ປາຈູແຊບ ກໍຢືນຢັນວ່າ ລັດເຊຍຖືເປັນສຳຄັນ ແລະ ຍາມໃດກໍມີຄວາມຫວັງຢາກໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງຫວຽດນາມ-ລັດເຊຍສືບຕໍ່ໄດ້ຮັບການເພີ່ມທະວີພັດທະນາເປັນປົກກະຕິ, ໝັ້ນຄົງໃນສະພາບການໂລກ ແລະ ພາກພື້ນມີການຜັນແປຢ່າງສັບສົນຫຼາຍຢ່າງ.
ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ແລະ ທ່ານເລຂາທິການສະພາປ້ອງກັນຄວາມສະຫງົບລັດເຊຍ ນີໂກລາຍ ປາຈູແຊບ
      ແລະ ກໍໃນຕອນບ່າຍວັນດຽວກັນ, ຢູ່ສຳນັກງານລັດຖະບານທີ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ກໍໄດ້ໃຫ້ການຕ້ອນຮັບ ທ່ານເລຂາທິການສະພາປ້ອງກັນຄວາມສະຫງົບແຫ່ງ ສະຫະພັນລັດເຊຍ ນີໂກລາຍ ປາຈູແຊບ. ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ສະເໜີທ່ານ ເລຂາທິການສະພາປ້ອງກັນຄວາມສະຫງົບແຫ່ງ ສະຫະພັນລັດເຊຍ ຈົ່ງສືບຕໍ່ຊີ້ນຳຍູ້ແຮງການຮ່ວມມືໃນຂົງເຂດປ້ອງກັນຊາດ, ຕໍ່ສູ້ປ້ອງກັນ ແລະ ຕ້ານອາດຊະຍາກຳ, ປ້ອງກັນຄວາມສະຫງົບແຫ່ງຊາດຂອງຫວຽດນາມ ແລະ ລັດເຊຍ ເພື່ອຜົນປະໂຫຍດຂອງປະຊາຊົນ 2 ປະເທດ ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຢູ່ພາກພື້ນ ແລະ ໃນໂລກ.
(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top