• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການນຳພັກ, ລັດເຂົ້າຮ່ວມລາຍການ “ໂຮ່ຈີມິນ - ເຈດຈຳນົງ ຫວຽດນາມ ອັນໃສແຈ້ງ”

ເນື່ອງໃນໂອກາດສະເຫຼີມສະຫຼອງ 130ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນ (19/05/1890 – 19/05/2020), ຕອນຄ່ຳວັນທີ 18 ພຶດສະພາ, ຄະນະໂຄສະນາສຶກສາສູນກາງພັກກອມມູນິດຫວຽດນາມ ໄດ້ສົມທົບກັບສະຖານີໂທລະພາບ ຫວຽດນາມ ແລະ ບັນດາທ້ອງຖິ່ນຈັດຕັ້ງລາຍການຖ່າຍທອດສົດທາງໂທລະພາບດ້ວຍຫົວຂໍ້ວ່າ “ໂຮ່ຈີມິນ - ເຈດຈຳນົງ ຫວຽດນາມ ອັນໃສແຈ້ງ”. 

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ແລະ ການນຳພັກ, ລັດເຂົ້າຮ່ວມລາຍການຖ່າຍທອດສົດທາງໂທລະພາບຢູ່ນະຄອນໂຮ່ຈີມິນ  ພາບ: TTXVN 

ລາຍການໂທລະພາບດັ່ງກ່າວໄດ້ຖ່າຍທອດສົດເຊື່ອມຕໍ່ລະຫວ່າງ 5 ທ້ອງຖິ່ນ ນັ້ນແມ່ນ ຮ່າໂນ້ຍ, ຕວຽນກວາງ, ເງະອານ, ນະຄອນໂຮ່ຈີມິນ, ດົ່ງທ໊າບ ຊື່ງແມ່ນບັນດາສະຖານທີ່ມີຮ່ອງຮອຍຂອງເພິ່ນ . ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ເຂົ້າຮ່ວມລາຍການດັ່ງກ່າວຢູ່ນະຄອນໂຮ່ຈີມິນ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ເຂົ້າຮ່ວມຢູ່ຮ່າໂນ້ຍ…

      ເຂົ້າຮ່ວມລາຍການຍັງມີນັກຮຽນຮູ້ຢູ່ພາຍໃນ ແລະ ຕ່າງປະເທດຫລາຍທ່ານ ທີ່ມີການຄົ້ນຄວ້າກ່ຽວກັບປະທານໂຮ່ຈີມິນ, ກ່ຽວກັບໄລຍະປະຫວັດສາດຂອງ ຫວຽດນາມ, ມີຕົວພະຍານປະຫວັດສາດທີ່ເຄີຍເຫັນປະຈັກຕາ ຫຼື ເຄີຍມີໂອກາດໄດ້ພົບກັບເພິ່ນ.

(ແຫຼ່ງຄັດຈາກ VOV)

ການພົວພັນ ຫວຽດນາມ - ຍີ່ປຸ່ນ ມຸ່ງໄປເຖິງໄລຍະທາງພັດທະນາໃໝ່

ການພົວພັນ ຫວຽດນາມ - ຍີ່ປຸ່ນ ມຸ່ງໄປເຖິງໄລຍະທາງພັດທະນາໃໝ່

ການພົວພັນລະຫວ່າງ 2 ປະເທດໄດ້ຜ່ານເຄິ່ງສະຕະວັດ ແລະ ພວມຢູ່ໃນໄລຍະດີງາມທີ່ສຸດໃນປະຫວັດສາດ.

Top