ທ່ານນາງສູນທອນ ໄຊຍະຈັກ ກຳມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວໃຫ້ການຕ້ອນຮັບທ່ານຫງວຽນບ໊າຮູ່ງເອກອັກຄະລັດຖະທູດ ຫວຽດນາມ ປະຈຳລາວ
ການຕ້ອນຮັບມີການເຂົ້າຮ່ວມຂອງທ່ານນາງສູນທອນ ໄຊຍະຈັກ ກຳມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວແລະບັນດາການນຳຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ, ທ່ານຫງວຽນບ໊າຮູ່ງເອກອັກຄະລັດຖະທູດເປັນກຽດໄດ້ສົ່ງໂທລະເລກອວຍພອນຂອງຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມເຖິງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ບັນດາຊໍ່ດອກໄມ້ຂອງທ່ານຫງວຽນຝູຈ້ອງ, ເລຂາທິການໃຫຍ່ປະທານປະເທດຫວຽດນາມເຖິງທ່ານບຸນຍັງວໍລະຈິດເລຂາທິການໃຫຍ່ປະທານປະເທດລາວ, ທ່ານຄຳໄຕສີພັນດອນອະດີດປະທານພັກປະຊາຊົນປະຕິວັດລາວ, ອະດີດປະທານປະເທດລາວ; ທ່ານຈູມມາລີ ໄຊຍະສອນອະດີດເລຂາທິການໃຫຍ່, ອະດີດປະທານປະເທດລາວ.
ທີ່ການຕ້ອນຮັບທ່ານນາງສູນທອນ ໄຊຍະຈັກໃຫ້ຮູ້ວ່າພັກ, ລັດແລະປະຊາຊົນລາວໃຫ້ຄຳໝັ້ນສັນຍາວ່າຈະປະຕິບັດຈົນສຸດຄວາມສາມາດຂອງຕົນເພື່ອປັບປຸງແລະຮັດແໜ້ນການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດແລະປະຊາຊົນສອງປະເທດໃຫ້ຫຼາຍກ່ວາອີກ, ຊ່ວຍໃຫ້ການພົວພັນນີ້ນັບມື້ນັບສະໜິດຕິດພັນ, ມີປະສິດທິຜົນແລະນຳເອົາຜົນປະໂຫຍດຢ່າງແທດຈິງມາໃຫ້ປະຊາຊົນຂອງທັງສອງປະເທດ.ສ່ວນທ່ານຫງວຽນບ໊າຮູ່ງໄດ້ຢັ້ງຢືນວ່າຫວຽດນາມມີຄວາມສະເໜີຕົ້ນສະເໝີປາຍ, ຍາມໃດກໍ່ຖືເປັນສຳຄັນແລະຢຶດໝັ້ນຕໍ່ການຮັກສາ, ເພີ່ມພູນຄູນສ້າງການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດແລະການຮ່ວມມືຮອບດ້ານລະຫວ່າງຫວຽດນາມ - ລາວ, ລາວ - ຫວຽດນາມ.
(ແຫຼ່ງຄັດຈາກ VOV)